• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ APEC 2017: ໄຂກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

      ໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ ( SOM 3 ) ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ ( APEC ), ຕອນເຊົ້າວັນທີ່ 23 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ໄດ້ໄຂກອງປະຊຸມຂັ້ນສູງ ຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

ໄຂກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ
(ພາບ: TTXVN)
      ດ້ວຍຫົວຂໍ້ວ່າ “ ປະຕິຮູບການເງິນສາທາລະນະສຸກເພື່ອສຸຂະພາບປະຊາຄົມ ມຸ່ງໄປເຖິງການພັດທະນາແບບຍືນຍົງ ”. ນີ້ແມ່ນກອງປະຊຸມຈຸດສຸມຂອງ SOM3 ກ່ຽວກັບສາທາລະນະສຸກ, ເພື່ອແນໃສ່ຮັບຮອງເອົາບັນດາຍຸດທະສາດ, ນະໂຍບາຍກ່ຽວກັບສາທາລະນະສຸກໃນພາກພື້ນ APEC; ໃຫ້ສັດຕະຍາບັນແຜນການເຄື່ອນໄຫວຂອງບັນດາກຸ່ມປະຕິບັດງານລົງເລິກຂະແໜງ; ປຶກສາຫາລື ແລະ ແກ້ໄຂບັນດາບັນຫາກ່ຽວກັບສາທາລະນະສຸກທີ່ພົ້ນເດັ່ນຂຶ້ນໃນພາກພື້ນ APEC; ເພີ່ມທະວີການຮ່ວມມືສອງຝ່າຍ ກ່ຽວກັບສາທາລະນະສຸກກັບບັນດາຄູ່ຮ່ວມມືຫຼັກແຫຼ່ງ ແລະ ບັນດາຄູ່ຮ່ວມມືພັດທະນາດ້ວຍເປົ້າໝາຍເບິ່ງແຍງດູແລ, ປົກປ້ອງ ແລະ ຍົກສູງສຸຂະພາບປະຊາຊົນໃນພາກພື້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການລົງທຶນໃຫ້ຂະແໜງສາທາລະນະສຸກ, ຍ້ອນມີການຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງສາກົນ, ຫຼາຍປະເທດສະມາຊິກ APEC, ຫວຽດນາມຈຶ່ງປະຕິບັດສຳເລັດບັນດາເປົ້າໝາຍສະຫັດສະວັດເປັນຢ່າງດີ ແລະ ກະກຽມປະຕິບັດບັນດາເປົ້າໝາຍທີ່ກ່ຽວຂ້ອງ ເຖິງສຸຂະພາບໃນໂຄງການພັດທະນາແບບຍືນຍົງ ໃຫ້ສຳເລັດໂດຍພື້ນຖານ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top