• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືກ່ຽວກັບສິ່ງແວດລ້ອມລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ

(ພາບ​ປະ​ກອບອີນ​ເຕີ​ແນ​ັດ)
       ທ່ານ Jo Kyong –kyu, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ຈະ​ພ້ອມ​ກັບ​ທ່ານ ເຈີ່ນ​ຮົ່ງ​ຮ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ - ສ. ເກົາຫຼີ ຄັ້ງ​ທີ 13, ໄດ້​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ໃນ​ວັນ​ທີ 29/3. 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ຍັງ​ຄົງ​ຄ້າງ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ຄື: ຄົ້​ນ​ຄ​້​ວາ​ກ່ຽວ​ກັບ​ລັກ​ສະ​ນະຫຼາຍ​ຮູບ​ແບບ​ຂອງສິ່ງ​ມີ​ຊີ​ວິດ, ວິ​ທີ​ການ​ບຳ​ບັດ​ນ້ຳ​ເສຍ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຂອງ ຫວຽດ​ນາມ, ຮ່ວມ​ມືກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ຈາກ​​ສິ່ງ​ເສດ​ເຫຼືອດ້ວຍ​ຂອບ​ຂະ​ໜາດ 12 ຕື້​ວອນ (ປະ​ມານ 11 ລ້ານ USD). ນອກ​ນັ້ນ, 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ອື່ນ​ອີກ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສິ່ງ​ແວ​ດ​ລ້ອມ, ການສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ ຫວຽດ​ນາມ - ສ. ເກົາຫຼີ, ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການບ​ຳ​ລຸງ​ສ້າງ​ພະ​ນັກ​ງານ​ເຮັດ​ວຽກ​ງານ​ສິ່ງ​ແວດ​ລ້ອມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top