• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດນຳໃຊ້ຂົວເຊື່ອມຕໍ່ 2 ແຂວງອານຢາງຂອງຫວຽດນາມ ແລະ ການດານຂອງກຳປູເຈຍ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມຫງວຽນ​ຊວນ​ຟຸກ ແລະ 
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸນ​ແຊນເຂົ້າ​ຮ່ວມ​ພິ​ທີເປີດ​ນຳ​ໃຊ້​ຂົວ ລອງ​ບິງ - Chrey Thom

ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ແຂວງ​ອານ​ຢາງ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ໄດ້​ຈັດ​ພິ​ທີ​ເປີດ​ນຳ​ໃຊ້​ຂົວ ລອງ​ບິງ - Chrey Thom ເຊື່ອມ​ຕໍ່ 2 ແຂວງ​ອານ​ຢາງ​ຂອງ​ຫວຽດ​ນາມ ແລະ ການ​ດານ​ຂອງ​ກຳ​ປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຂົວ​ດັ່ງ​ກ່າວ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ກໍ​ຄື​ໃນ​ການ​ເສີມ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸນ​ແຊນ​ຖື​ວ່າ ຂົວ​ດັ່ງ​ກ່າວ ຍັງ​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ, ທັງ​ເປັນ​ການ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ລະ​ຫວ່າງ​ 2 ປະ​ເທດ​ຄົບ​ຮອບ 50 ປີ.
    ​ຂົວ ລອງ​ບິງ - Chrey Thom ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ປີ 2014, ດ້ວຍ​ເບົ​ຕງ​ເສີ​ມເຫຼັກ, ມີ​ລວງ​ຍາວ 440 ແມັດ, ກ້​ວາງ 13 ແມັດ, ມີ 2 ເລ່ນ​ທາງ​ໃຫ້​ລົດ​ໂອ​ໂຕ. ດ້ວຍຍອດ​ເງິນ​ລົງ​ທຶນ 38 ລ້ານ USD ຊຶ່ງ​ແມ່ນ​ທຶນ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ແຫຼ່ງ​ທຶນ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top