• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມປອດໄພສິ່ງແວດລ້ອມເມື່ອໂຮງງານກັ່ນນ້ຳມັນ ງີເຊີນ ເຄື່ອນໄຫວ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ ງີ​ເຊ​ີນ
       ວັນ​ທີ 22/4, ເມື່ອ​ລົງ​ຢ້ຽມ​ຢາມ​ເຂດ​ເສດ​ຖະ​ກິດ ງີ​ເຊ​ີນ ແລະ ເຮັດ​ວຽກ​ຢູ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ ງີ​ເຊ​ີນ, ແຂວງ ແທງ​ຮ໋​ວາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ໄດ້​ເນັ້ນ​ໜັກ​ວ່າ: ໂຄງ​ການ​ປະ​ສົມ​ກັ່ນ​ນ້ຳ​ມັນ ງີ​ເຊີນ ແມ່ນ​ໂຄງ​ການ​ມີ​ລັ​ກ​ສະ​ນະ​ ກຳ​ລັງ​ໜູນ, ແຜ່​ລາມ​ຢ່າງ​ກ້​ວາງ​ຂວາງ​ເຖິງ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ເຂດ​ຕອນ​ເໜືອ​ພາກ​ກາງ ແລະ ທົ່ວ​ປະ​ເທດ. ໂຄງ​ການ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນ​າ​ອຸດ​ສາ​ຫະ​ກຳ​ກັ່ນ​ນ້ຳ​ມັນ​ເວົ້າ​ສະ​ເພາະ ແລະ ຂະ​ແໜງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ເວົ້າ​ລວມ, ສຳ​ລັບ​ການ​ເຕີບ​ໂຕ​ຂອງ GDP ຫວຽດ​ນາມ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ພະ​ລັງ​ງານ. ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ສະ​ເໜີ​ໃຫ້​ບັນ​ດາ​ເຈົ້າ​ຂອງໂຄງ​ການ​ລົງ​ທຶນ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ນັກ​ປະ​ມູນ​ຈົ່ງ​ສະ​ຫລຸບ​ສ່ວນ​ກົນ​ຈັກ ເພື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ​ທົດ​ລອງ ແລະ ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​​ໄວໆ​ນີ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕັກ​ເຕືອນ​ໃຫ້​ແຂວງ ແທງ​ຮ໋​ວາ, ກະ​ຊ​ວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການຕິດ​ຕາມກວດ​ກາ​ຢ່າງ​ແໜ້ນ​ແຟ້ນ​ບັນ​ດາ​ມາດ​ຖານ​ສິ່ງ​ແວດ​ລ້ອມ​ເມື່ອ​ເຄື່ອນ​ໄຫວ​ທົດ​ລອງ, ​ເດັດ​ດຽວບໍ່​ເອົາ​ສິ່ງ​ໃດແລກ​ກັບສິ່ງ​ແວດ​ລ້ອມ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ການ​ເຕີບ​ໂຕ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top