• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສິ້ນສຸດການຢ້ຽມຢາມ ກູບາ ຢ່າງເປັນທາງການຢ່າງຈົບງາມ


ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ
ແລະ
 ທ່ານ Raul Castro Ruz, ເລ​ຂາ​ຜູ້​ທ​ີ​ໜຶ່ງ ພັກ​ກອມ​ມູ​ນິດ ກູ​ບາ
 
      ວັນ​ທີ 19/2, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ລາ​ຮາ​ວານ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບ​ງາມ. ກ່ອນ​ໜ້ານັ້ນ, ກໍ່​ໃນ​ວັນ​ດຽ​ວ​ກັນ, ຢູ່​ນະ​ຄອນຫຼ​ວງ ລາ​ຮາ​ວານ, ທ່ານ Raul Castro Ruz, ເລ​ຂາ​ຜູ້​ທ​ີ​ໜຶ່ງ ພັກ​ກອມ​ມູ​ນິດ ກູ​ບາ, ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ ກູ​ບາ ໄດ້​ຕ້ອນ​ຮັບ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ. ທ່ານ​ປະ​ທານ ກູ​ບາ Raul Castro Ruz ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ນັບ​ທັງ​ບັນ​ດາ​ຄະ​ນະ​ຂັ້ນ​ສູງ, ເພື່ອ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແຕ່​ລະ​ຝ່າຍ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ບັນ​ດາ​ບົດ​ຮຽນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ​ການກໍ່​ສ້າງ​ພັກ​ຂອງ ຫວຽດ​ນາມ ແມ່ນ​ລ​ຳ​້​ຄ່າ​ສຳ​ລັບ ກູ​ບາ.
        ສ່ວນ​ ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ແຈ້ງ​ໝາກ​ຜົນ​ການ​ເຮັດ​ວຽກ ແລະ ພົບ​ປະ​ກັບ​ທ່ານ​ເລ​ຂາ​ຜູ້​ທີ​ສອງ​ຂອງ​ພັກ​ກອມ​ມູ​ນິດ ກູ​ບາ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ສ​ະ​ພາ​ລັດ​ຖະ​ມົນ​ຕີ Rose Ramon Machado Ventura, ປະ​ທານ ສະ​ພາ​ແຫ່ງ​ຊາດ Esteban Lazo ໃຫ້​ທ່ານ​ປະ​ທານ Raul Castro Ruz ໄດ້​ຮັບ​ຊາບ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ​ຢືນ​​ຢັນຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ 2 ປະ​ເທດ.
 (ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top