• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງຕ້ອນຮັບລັດຖະມົນຕີການຕ່າງປະເທດ ຟີລິບປິນແລະອິນໂດເນເຊຍ

      
      ວັນ​ທີ 20/2, ຢູ່ນອກກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຢູ່ Boracay, ປະ​ເທດ ຟີ​ລິບ​ປິນ, ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າ​ມ​ບີ່ງ​ມີງ​ ມ​ີ​ກາ​ນ​ພົບ​ປ​ະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ Perfecto Yasay. ທີ່​ການ​ພົບ​ປະ, 2 ຝ່າ​ຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕັ້​ງ​ໜ້າ​ຊຸກ​ຍູ້​​ການຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ, ຍົກ​ສູງ​ປ​ະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື. ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຍູ້​ແຮງ​ການ​ຮ່ວມ​ມື​ແບ່ງ​ປັນ​ຂໍ້​ມູ​ນ​ຂ່າວ​ສານ, ບົດ​ຮຽນ ແລະ ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​​ອາ​ດ​ຊະ​ຍາ​ກຳປະ​ເພດ​ຕ່າງໆ, ພ້ອມ​ທັງ​ເຈ​ລະ​ຈາ ແລະ ເຊັນ​ສັນ​ຍາ​​ສົ່ງ​ຜູ້​ຮ້າຍ ແລະ ສັນ​ຍາ​ມອບ​ສົ່ງ​ຜູ້​ຖືກ​​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ​ໂດຍ​ໄວ. ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ Yasay ເຫັນ​ດີ​ເປັນ​ເອ​ກະ​ສັນ​​ຕໍ່​ຂໍ​້​ສະ​ເໜີ​ຂອງ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າ​ມ​ບີ່ງ​ມີງ​ ກ່ຽວ​ກັບ​ເລື່ອງ​​ສືບ​ຕໍ່ຕັ້ງ​ໜ້າ​ຮ່ວມ​ມື​ແກ້​ໄຂ​ບັນ​ຫາ​ຊາວ​ປະ​ມົງ, ກ່ຳ​ປັ່ນ​ບົນ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.
        2 ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ໃຫຍ່​ກ່ຽ​ວ​ຂ້ອງ​ເຖ​ິງ​ຄວາມ​ສະ​ຫງົບ​ປອດ​ໄພ, ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ ແລະ ພາກ​ພື້ນ.
         ທີ່​ການ​ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ສັນ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ພ້ອມ​ແລ້ວ​ທີ່​ຈະແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​​ຫາ​ຕ້ານ​ການກໍ່​ການ​ຮ້າຍ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ໄພ​ກໍ່​ໃຫ​້ເກີດ​ການກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ, ປະ​ກອ​ບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້​ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ. ທ່ານ​ນາງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ Retno Marsudi ເນັ້ນ​ໜ​ັກ​ວ່າ:  ຈະ​ສົມ​ທົບ​​ກັນຢ່າງ​ເນັ້ນ​ແຟ້ນ​ກັບ ຫວຽດ​ນ​າມ ໃນ​ປີ APEC 2017 ແລະ ຊຸ​ກ​ຍູ້ ອາ​ຊຽນ ຮັກ​ສາ​ບົດ​ບາດ​​ໃຈກາງ, ພັດ​ທະ​ນາ​ຢ່າງ​ສົມ​ດຸ່ນ​ໃນ 3 ເສົາ​ຄ້ຳ​ຄື: ການ​ເມືອງ - ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມືກັບ​ພາຍນອກ.
        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ເນັ້​ນ​ໜັກ​​ເຖິງຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ. 2 ຝ່າຍ​ເປັນ​ເອ​ກະ​ສັນ​​ຢຶດ​ໝັ້ນ​ຕໍ່ຫຼັກ​ໝັ້ນ​ລວມ​ແມ່ນ ແກ້​ໄຂ​ການ​​ຂັດ​ແຍ່ງ​ກັນ​ຜ່ານ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາ​ຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS 1982 ແລະ ບັນ​ດາ​ວິ​ວັດ​ທະ​ນາ​ການ​ດ້ານ​ການ​ທູດ ແລະ ນິ​ຕິ​ກຳ​ອື່ນໆ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ອື່ນໆ​ໃນ​ການ​ປ​ະ​ຕິ​ບັດ DOC ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຊຸກ​ຍູ້​ກ​ານບັນ​ລຸ COC ໂດຍ​ໄວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top