• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງຄັ້ງທີ6ຄະນະປະຈຳສະພາແຫ່ງຊາດ

ວາ​ລະອັດກອງຄັ້ງທີ6ຄະນະປະຈຳສະພາແຫ່ງຊາດ
           ຕອນ​ເຊົ້າ​ວັນ​ທີ 20/1 ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ກອງ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄດ້​ອັດ​ລົງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິ       ນ ​ໃຫ້​ຮູ້​ວ່າ ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ ​ຂອງ​ຮ່າງ​ກົດ​ໝາຍ 8 ສະ​ບັບ​ເຊິ່ງ​ລວມ​ມີ: ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຊົດ​ເຊີຍ​ຂອງ​ລັດ ( ສະ​ບັບ​ປັບ​ປຸງ ); ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ນິ​ຕິ​ທຳ ( ສະ​ບັບ​ປັບ​ປຸງ ); ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ຄ້າ​ຕ່າງ​ປະ​ເທດ; ຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ວາງ​ແຜນ​ຜັງ; ຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບສິນ​ຂອງ​ລັດ ( ສະ​ບັບ​ປັບ​ປຸງ ); ຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ຄຸ້ມ​ຄອງ, ນຳ​ໃຊ້​ອາ​ວຸດ, ວັດ​ຖຸ​ລະ​ເບີດ ແລະ ພາ​ຫະ​ນະ​ການ​ໜູນ​ຊ່ວຍ ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ອາ​ລັກ​ຂາ. ດ້ວຍ​ບັນ​ດາ​ເນື້ອ​ໃນ​ເຫຼົ່າ​ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ບັນ​ດາ​ກຳມາທິການ ກວດ​ກາ​ບັນ​ດາ​ຮ່າງ​ກົດ​ໝາຍ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ຮຽບ​ຮຽງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ສືບ​ຕໍ່​ຄົ້ນ​ຄວ້າ, ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ປັບ​ປຸງ​ບົດ​ລາຍ​ງານ​ອະ​ພິ​ປາຍ​ອີກ​ບາດ​ກ້າວ​ໜຶ່ງ, ຮັບ​ເອົາ ແລະ ປັບ​ປຸງ​ຮ່າງກົດໝາຍ, ​ຂໍ​ຄຳ​ເຫັນ​ນຳ​ບັນ​ດາ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ ຕ້ອງ​ສ້າງ​ແຜນ​ການ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະມາຊິກສະພາແຫ່ງຊາດ​ສະ​ເພາະ​ກິດ ປຶກ​ສາ​ຫາ​ລື​ບາງ​ຮ່າງ​ກົດ​ໝາຍ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ ເພື່ອ​ປັບ​ປຸງໃຫ້​ສົມ​ບູນ​ແບບ​ຕື່ມ​ອີກ ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 3 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top