• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອວຍພອນວັນຊາດ ສປປ ລາວ


ທ່ານ​ ຮ່າ​ກີມງອກ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ​
 ແລະ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ
ປະ​ຈຳ​ຫວຽດ​ນາມ. ພາບ:thegioithoidai
 
      ວັນ​ທີ 1/12, ຄະ​ນະ​ຜູ້​ແທນ ກ​ະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໂດຍ​ທ່ານ​ ຮ່າ​ກີມງອກ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ​ນຳ​ຫນ້າ ໄດ້​ມາ​ສະ​ຖານ​ທູດ ລາວ ຢູ່ ຮ່າ​ໂນ້ຍ ເພື່ອ​ອວຍ​ພອນ​ 41 ປີແຫ່ງວັນ​ຊາດ ລາວ (2/12/1975-2/12/2016). ທ່ານ ຮ່າ​ກີມງອກ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ໃນ​ຂ​ອບ​ເຂດ​ສອງ​ຝ່າຍ​ກໍ​ຄື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ສະ​ເຫນີ: ສະ​ຖານ​ທູດ ລາວ ສືບ​ຕໍ່​ສົ​ມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ຫວຽດ​ນາມ ເພື່ອ​ກະ​ກຽມ​ກອງ​ປະ​ຊຸມ​ຄັ້ງ​ທີ 39 ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ລາວ, ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ -ລາວ​ໃນ​ປີ 2017 ເປັນ​ຢ່າງ​ດີ. ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ຢືນ​ຢັນ​ວ່າ: ພະ​ນັກ​ງານ, ລັດ​ຖະ​ກອນ​ທັງ​ໝົດ​ໃນ​ສະ​ຖານ​ທູດ​ລາວ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ໃນ​ທຸກ​ຂົງ​ເຂດ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top