• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ

ຫວຽດ​ນາມ​ໃຫ້​ຄຳ​ໝັ້​ນ​ສັນ​ຍ​າ​ປະ​ຕິ​ບັດ​ໂຄງ​ການ
​ດຳ​ເນີນ​ງານ 2030 ຂອງ​ສະ​ຫະ​ປະ​ຊາ​ຊາດ​​ໃຫ້ບັນ​ລຸຜົນສຳ​ເລັດ
(ພາບ: TTXVN)
       ຫວຽດ​ນາມ​ ໃຫ້​ຄຳ​ໝັ້​ນ​ສັນ​ຍ​າ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ບັນ​ລຸ​ຜົນສຳ​ເລັດ. ນ​ີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃນ​ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ ຖືກ​ດຳ​ເນີນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 08/12, ຢູ່​ຮ່າ​ໂນ້ຍ. ເພືຶ່ອ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ຄື​ດັ່ງ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ປະ​ຊາ​ຄົ​ມ​ສາ​ກົນ, ເລື່ອງ​ກຳ​ນົ​ດ​ຈຸດໝາຍ, ​ຄົວ​ເລກ​ຄາດ​ໝາຍ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ສ້າງ​ແຜນ​ການ​ດຳ​ເນີນ​ງານແຫ່ງ​ຊາດ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​​ການ​ປະ​ຕິ​ບັດບັນ​ດາ​​​ຄາດໝາຍ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ ແລະ ການ​ລົງ​ທຶນ ຫງວຽນ​ເທ໋​ເຟືອງ, ຖື​ວ່າ.
        “ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ຂອງ​ທົ່ວ​ສັງ​ຄົມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ນີ້; ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ​ໃນ​ການ​ປະ​ຕິ​ບັດ​​ຄາດໝາຍ​ພັດ​ທະ​ນາແບບ​ຍືນ​ຍົງ; ເພີ່ມ​ທະ​ວີ, ລະ​ດົມ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດເພື່ອ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ; ເພີ່​ມ​ທ​ະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ການ​ສົມ​ທົບ​ກັນ​ລະ​ຫວ່າງ​ອົງ​ການ​ເຈົ້າ​ຂອງ ແລະ ອົງ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດບັນ​ດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​​ເຊື່ອມ​ຕໍ່ ແລະ ປະ​ສານ​ສົມ​ທົບ​ຂອງ​ບັນ​ດາ​​ຄາດໝາຍ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top