• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຄັດຄ້ານແລະປະຕິເສດກົດລະບຽບໃໝ່ກ່ຽວກັບການຢຸດຊົ່ວຄາວການຫາປາຢູ່ທະເລຂອງຈີນ

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ
      ວັນ​ທີ 28/2, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ກະ​ຊວງ​ກະ​ສິ​ກຳ ຈີນ ໄດ້​ປະ​ກາດ​​ຢ່າງ​ເປັນທາງ​ການ​ກ່ຽວ​ກັບ​ການ​ປັບ​ປຸງ ແລະ ນຳ​ໃຊ້​ກົດ​ລະ​ບຽບ​ໃໝ່​ກ່ຽວ​ກັບ​ການ​​ຢຸດ​ຊົ່ວ​ຄາວ​ການຫາ​ປາ​ບົນ​ທະ​ເລ, ລະ​ເມີດ​ການ​ໝູນ​ໃຊ້​ລ​ວມ​ມີ​ບາງ​ເຂ​ດ​ທະ​ເລຂອງ ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ ເນັ້ນ​ໜັກ​ວ່າ:  ຫວຽດ​ນາມ ເດັດ​ດຽວ​ຄັດ​ຄ້ານ ແລະ ປະ​ຕິ​ເສດ​ກົດ​ລະ​ບຽບ​ດັ່ງ​ກ່າວ​ຈາກ​ຝ່າຍ ຈີນ. ຫວຽດ​ນາມ ມີ​ຫຼັກ​ຖານ​ນິ​ຕິ​ທຳ ແລະ ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ຢ່າງ​ພຽງ​ພໍ​ເພື່ອຢັ້ງ​ຢືນອ​ະ​ທິ​ປະ​ໄຕ​ຂອງ​ຕົນ​ສ​ຳ​ລັບ​ໝູ່​ເກາະ ​ຮ່​ວາງ​ຊາ ກໍ່​ຄື​ບັນ​ດາ​ສິດ​ອັນຖ​ືກ​ຕ້ອງ​ຕາມ​ກົດ​ໝາຍ​ສຳ​ລັບ​ບັນ​ດາ​ບໍ​ລິ​ເວນ​ທະ​ເລ​ຂອງ ຫວຽດ​ນາມ ທີ່​ໄດ້​ກຳ​ນົດ​​ໃຫ້ເໝາະ​ສົມ​ກັບ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຂໍ​້​ຕົກ​ລົງ​ພຽງ​ລຳ​ພັງ​ຝ່າຍ​ດຽວນີ້​ຂອງ​ຈີນ ໄດ້​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ຢ່າງ​ແຮງ, ລະ​ເມີດ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ນິ​ຕິ​ທຳ​ຂອງ ຫວຽດ​ນາມ ໃນ​ເຂດ​ທະ​ເລ​ຂອ​ງ​ຕົນ, ລະ​ເມີດ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ສາ​ກົນ​ທີ່​ກ່ຽວ​ຂ້ອງ, ໄປ​ຝືນ​ກັບ​ເນື້ອ​ໃນຈິດ​ໃຈ​ຂອງ​ຖະ​ແຫຼງກ​ານ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​ເວັນ​ອອກ (DOC), ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສືບ​ຕໍ່​​ສັບ​ສົນ ແລະ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top