• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ງານປະກວດສຽງເພງອາຊຽນ+3

      ງານປະກວດສຽງເພງ ອາຊຽນ +3 ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2017)  ແລະ 72 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ (7/9/1945-7/9/2017). ຮອບຮອງຊະນະເລີດໄດ້ດຳເນີນໃນຕອນຄ່ຳວັນທີ 19 ສິງຫາ ຢູ່ ແທງຮວາ.
      
      ວຽກງານກະກຽມໃຫ້ງານປະກວດດັ່ງກ່າວ ໄດ້ຮັບການປະຕິບັດຈາກວິທະຍຸກະຈາຍສຽງຫວຽດນາມ ໃນຫລາຍມື້ຜ່ານມາແລ້ວ. ທ່ານນາງ ຫງວຽນທູຍຮວາ, ຫົວຫນ້າຄະນະຮ່ວມມືສາກົນ, ວິທະຍຸກະຈາຍສຽງຫວຽດນາມ, ສະມາຊິກຄະນະຈັດຕັ້ງງານປະກວດໃຫ້ຮູ້ວ່າ: ດ້ວຍເຫດການມີລະດັບພາກພື້ນ ຄືງານປະກວດຄັ້ງນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການກະກຽມຢ່າງລອບຄອບຖີ່ຖ້ວນເພື່ອໃຫ້ບັນດານັກຮ້ອງເຂົ້າຮ່ວມງານປະກວດ ມີຄວາມປະທັບໃຈອັນດີງາມກ່ຽວກັບຫວຽດນາມ.
          ບັນດານັກຮ້ອງເຂົ້າຮ່ວມງານປະກວດໄດ້ມີຫນ້າຢູ່ ແທງຮວາ ແຕ່ວັນທີ 17 ສິງຫາ ແລະ ເຂົ້າຮ່ວມທຸກເຫດການຂອງ “ ງານປະກວດສຽງເພງ ອາຊຽນ+3”. ນັກຮ້ອງໄພສານມາຈາກ ໄທ  ໃຫ້ຮູ້ວ່າ:     “ຂ້າພະເຈົ້າມີຄວາມເປັນກຽດເມື່ອເປັນຫນຶ່ງໃນບັນດາຜູ້ຕາງຫນ້າໄທເຂົ້າຮ່ວມງານປະກວດຄັ້ງນີ້. ຂ້າພະເຈົ້າຖືວ່າ ນີ້ບໍ່ແມ່ນງານປະກວດຫາກແມ່ນໂອກາດເພື່ອພົບປະແລກປ່ຽນດ້ານວັດທະນະທຳ, ມີເພື່ອນໃຫມ່ຕື່ມອີກ. ພິເສດ ຂ້າພະເຈົ້າສາມາດແນະນຳບັນດາບົດເພງ ຂອງໄທໃຫ້ແກ່ປະຊາຊົນບັນດາປະເທດ ອາຊຽນ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top