• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມື 2 ຝ່າຍ


2 ຝ່າຍ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ
(ພາບ: Vietnam+)
      ວັນ​ທີ 23/2, ທ່ານ ຫງວຽນ​ຈີ໋​ຢູ້ງ, ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ແລະ ທ່ານ Chhay Than, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ແຜນ​ການ ກຳ​ປູ​ເຈຍ ເປັນ​ປະ​ທາ​ນ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 8 ຂັ້ນ​ລັດ​ຖະ​ມົນ​ຕີ ລະ​ຫວ່າງ 2 ກະ​ຊວງ​​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ. ທີ່ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕີ​ລາ​ຄາ​ບັນ​ດາ​ຂ​ໍ​້​ຕົກ​ລົງ​ລະ​ຫວ່າງ 2 ລັດ​ຖະ​ບານ ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​​ຢ່າງຕັ້ງ​ໜ້າ ແລະ ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​​ໂດຍ​ພື້ນ​ຖານຄື​ເປັນ​ເຈົ້າ​ການ​ສົມ​ທົບ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ​ຂໍ​້​ຕິດ​ຂັດ​ໃນ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກຫຼ​ັກ​ໝາຍ​ຊາຍ​ແດນ​ທາງ​ບົກ, ປີ 2016 ວົງ​ເງິນ​ການ​ຄ້າ 2 ສົ້ນ​ຄາດ​ວ່າ​ບັນ​ລຸ​ປະ​ມານ 2,8 ຕື້ USD, ແຂກ​ທ່ອງ​ທ່ຽວ 2 ຝ່າຍ​ບັນ​ລຸ​ເກື​ອບ 1 ລ້ານ​ເທື່ອ​ຄົນ.
        ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ປີ 2017, 2 ຝ່າຍ​ເປັນ​ເອ​ກະ​ສັນ​ວ່າ: ຫວຽດ​ນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ກຳ​ປູ​ເຈຍ ໃນ​ວຽກ​ງານບ​ຳ​ລຸງ​ສ້າງ ແລະ ສຳຫຼວດ, ຮັບ​ເອົາ​ຂໍ້​ມູນ​ເພື່ອ​ຄິດ​ໄລ່ GDP ໃຫ້​ບາງ​ແຂວງ​ຂອງ​ກຳ​ປູ​ເຈຍ. 2 ຝ່າຍ​ເປັນ​ເອ​ກະ​ສັນ​ຍ​ູ້​ໄວ​​ເລື່ອງຮ່າງ​ຂໍ້​ຕົກ​ລົງ​ແມ່ຮ່ວມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່ 2 ພື້ນ​ຖານ​ເສດ​ຖະ​ກິດ ຫ​ວຽດ​ນາມ - ກຳ​ປູ​ເຈຍ ເພື່ອ​ຍື່ນ​ສະ​ເໜີ​ໃຫ້​ລັດ​ຖະ​ບານ 2 ປະ​ເທດ​ຮັບ​ຮອງ​ເອົາ, ເປັນ​ເອ​ກະ​ພາບ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ໄປ, 2 ກະ​ຊວງ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​​ຫມູນ​ວຽນ​ປີ​ລະ​ເທື່ອ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​​ການ​ພົວ​ພັນ, ແລກ​ປ່ຽນ​ບົດ​ຮຽນ, ວິ​ຊາ​ການ, ເຕັກ​ນິກກ່​ວາອີກ.
(ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top