• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຈຸດນັດພົບທີ່ດຶງດູດເງິນລົງທຶນພາຍໃນກຸ່ມ ອາຊຽນ

(ພາບປະກອບ / TTXVN)
      ເວທີ​ປາ​ໄສ​ການ​ລົງທຶນ ອາ​ຊຽນ ປີ 2017 ຫາ​ກໍ່​ໄດ້​ຈັດ​ຕັ້ງຢູ່ ສິງກະ​ໂປ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 800 ຄົນ​ທີ່​ມາ​ຈາກກອງ​ທຶນ​ລົງທຶນໃນ​ທົ່ວ​ໂລກ, ວິ​ສາ​ຫະກິດ 126 ​ແຫ່ງ. ​ເວທີ​ປາ​ໄສ​ແມ່ນ​ບ່ອນ​ແບ່ງປັນ​ບັນດາ​ກາລະ​ໂອກາດ​ລົງທຶນ​ພາຍ​ໃນ​ພາກ​ພື້ນ ບົນ​ພື້ນຖານ​​ໃຫ້​ຕີ​ລາຄາບັນດາ​ທ່າ​ອ່ຽງກ່ຽວ​ກັບ​ພູມ​ສາດ​ການ​​​ເມືອງ, ດຳ​ເນີນ​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລຢີອາດ​ຈະຄອບ​ງຳ​ຕໍ່​ການ​ພັດທະ​ນາ​ຂອງ ອາ​ຊຽນ ​ໃນ​ອະ​ນາ​ຄົດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ Dota John Chong ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Maybank KimEng (ມາ​ເລ​ເຊຍ) ຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ດຶງດູດແຫຼ່ງເງິນລົງທຶນພາຍໃນກຸ່ມ ອາຊຽນ ຍ້ອນຄວາມຕັດສິນ​​ໃຈຂອງ​ລັດຖະບານ ​ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ການ​ຖອນທຶນ​ຢູ່​ບັນດາ​ລັດ​ວິ​ສາ​ຫະກິດ. ຄາດ​ຄະ​ເນ​ວ່າ ປີ 2017, 6 ຕະຫລາດ​ຈຸດ​ສຸມ (ອາ​ຊຽນ 6) ລວມມີ: ມາ​ເລ​ເຊຍ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ​ໄທ, ຟີ​ລີບ​ປິນ ​​ແລະ ຫວຽດນາມ ຈະ​ມີ​ລະດັບ​ເຕີບ​ໂຕ 4,8% ​​ໂດຍ​ອີງ​ໃສ່ການ​ຟື້ນ​ຟູ​ຂອງ​ການ​ຄ້າ, ລາຄາ​ສິນຄ້າ ​ແລະ ຄວາມ​​ຕ້ອງການ​ກ່ຽວ​ກັບ​ເອ​ເລັກ​ໂຕ​ນິກ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ. ​ໃນຈຳນວນ​ຕົວ​ເລກ​ນັ້ນ ຄາດ​ຄະ​ເນວ່າ ຫວຽດນາມ ຈະມີ​ລະດັບ​ເຕີບ​ໂຕ​ສູງພໍ​ສົ​ມຄວນ​ແມ່ນ 6,3% ​ໃນ​ປີ 2017 ​ແລະ 6,2% ​ໃນ​ປີ 2018.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top