• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນ 2 ຝ່າຍ


ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ
      ໃນ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ແຕ່​ວັນ​ທີ 20 – 23/3, ທ່ານ ຮ່າ​ກິມງອກ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ມີ​ການ​ພົບ​ປະ​ສຳ​ຄັນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຮ່າ​ກິມ​ງອກ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​​ຈະເຮັດ​ວຽກ​ກັບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ; ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃນ​ປີ 2017, ໃນ​ນັ້ນ​ມີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກໍ່​ຖື​ວ່າ 2 ຝ່າຍ​​ຄວນຮັກ​ສາ​ທ່າ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ - ກ​ານ​ຄ້າ - ຈຸດ​ສຸມ ແລະ ກຳ​ລັງ​ໜູນ​ຂອງ​ການ​ພົວ​ພັນ 2 ຝ່າຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກ​ສາ - ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ, ມະ​ນຸດ​ສະ​ທຳ. ສ່ວນບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ໄດ້​ ​ຢືນ​​ຢັນ​ຄືນແຜນ​ນະ​ໂຍ​ບາຍ​ທີ່​ທັງພັກ​ປະ​ຊາ​ທິ​ປະ​ໄຕ ແລະ ​ພັກສາ​ທາ​ລະ​ນະ​ ສະ​ໜັບ​ສະ​ໜູນ​ຄືນ​ໃໝ່​ນັ້ນ​ແມ່ນ​ຖື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ, ພ້ອມ​ທັງ​ເຫັນ​ດີ​ວ່າ 2 ຝ່າຍ​ຄວນ​ເພີ່ມ​ທະ​ວີກ​າ​ນ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເພື່ອ​ຊຸກ​ຍູ້​​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ, ໃນ​ນັ້ນ​ມີ​ກົນ​ໄກ TIFA (ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ). 2 ຝ່າຍກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ການ​ຜັນ​ແປ​ຢູ່​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົ​ນ​ໃຈ, ໃນ​ນັ້ນ​ມີ​ບັນ​ຫາ​ລັດ​ທິກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ແບບ​ໃໝ່, ສະ​ພາ​ບ​ການ​ຢູ່​ທ​ະ​ເລ​ຕາ​ເວັນ​ອອ​ກ, ທະ​ເລ​ຮ​ວາ​ຕູງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top