• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມື ນຳການພົວພັນ 2 ປະເທດເຂົ້າສູ່ລວງເລິກ

      ຕອນບ່າຍວັນທີ 25 ພຶດສະພາ ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Park Won-soon, ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ Moon Jae-in

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Park Won-soon
      ຜ່ານທູດພິເສດທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຝາກຄຳອວຍພອນທ່ານ Moon Jae-in ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄົນທີ 12 ຂອງ ສ.ເກົາຫຼີ ດ້ວຍຄວາມໄວ້ວາງໃຈສູງ; ພ້ອມທັງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານປະທານາທິບໍດີ Moon Jae-in, ສ.ເກົາຫຼີ ຈະສືບຕໍ່ພັດທະນາໃຫ້ຈະເລີນຮຸ່ງເຮືອງ, ສີວິໄລ. ກ່ຽວກັບການຮ່ວມມື, ການລົງທຶນ, ທ່ານປະທານປະເທດປາດຖະໜາວ່າ 2 ຝ່າຍສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ ຢ່າງມີປະສິດທິຜົນ, ສູ້ຊົນສຳເລັດເປົ້າໝາຍວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 70 ຕື້ USD ໃນປີ 2020. ເນື່ອງໃນໂອກາດນີ້ ທ່ານປະທານປະເທດຖືເປັນກຽດຝາກຄຳເຊື້ອເຊີນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຢູ່ ດາໜັງ ໃນເດືອນ ພະຈິກ 2017.
        ສ່ວນທ່ານ Park Won-soon ເນັ້ນໜັກເຖິງເລື່ອງ ເປັນຄັ້ງທຳອິດທີ່ ທ່ານປະທານາທິບໍດີ ສ.ເກົາຫຼີ ສົ່ງທູດພິເສດມາຍັງ ຫວຽດນາມ ສະແດງໃຫ້ເຫັນຄວາມສຳຄັນຂອງລັດຖະບານ ສ.ເກົາຫຼີ ສຳລັບ ຫວຽດນາມ ເວົ້າສະເພາະ ແລະ ບັນດາປະເທດ ອາຊຽນ ເວົ້າລວມ.
 (ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top