• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສະຫະປະຊາຊາດ ຂີດໝາຍຂອງໄລຍະທາງ 40 ປີແຫ່ງການຮ່ວມມື

      ວັນທີ 20 ກັນຍາ 1977, ພິທີຊັກທຸງຊາດ ຫວຽດນາມ ໄດ້ດຳເນີນຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ ຢ່າງເປັນທາງການ, ອັນໄດ້ເປີດໄລຍະຮ່ວມມື ແລະ ພັດທະນາລະຫວ່າງ ຫວຽດນາມ ແລະ ອົງການຈັດຕັ້ງລະຫວ່າງລັດຖະບານໃຫຍ່ສຸດໂລກ.
            ວັນທີ 20 ກັນຍາ 2017 ແມ່ນປີ ຫວຽດນາມ ກາຍເປັນສະມາຊິກຂອງສະຫະປະຊາຊາດ (ສປຊ) ຄົບຮອບ 40 ປີ (20/09/1977 – 20/09/2017). ໃນຕະຫລອດ 4 ທົດສະວັດຜ່ານມາ, ຫວຽດນາມ ແລະ ສປຊ ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ, ສ້າງການພົວພັນຮ່ວມມືໃຫ້ນັບມື້ນັບດີງາມ ດ້ວຍບັນດາຜົນງານຕັ້ງໜ້າ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາຫລາຍຢ່າງ. ບົດຂຽນຂອງ ດຽບຮ່ວຽນ ບັນນາທິການ VOV.
        ວັນທີ 20 ກັນຍາ 1977, ພິທີຊັກທຸງຊາດ ຫວຽດນາມ ໄດ້ດຳເນີນຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ ຢ່າງເປັນທາງການ, ອັນໄດ້ເປີດໄລຍະຮ່ວມມື ແລະ ພັດທະນາລະຫວ່າງ ຫວຽດນາມ ແລະ ອົງການຈັດຕັ້ງລະຫວ່າງລັດຖະບານໃຫຍ່ສຸດໂລກ.

ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ (ພາບ: TTXVN)
      ການໜູນຊ່ວຍຢ່າງມີປະສິດທິຜົນຂອງ ສປຊ ທີ່ສະຫງວນໃຫ້ ຫວຽດນາມ
        ພາຍຫລັງ ຫວຽດນາມ ເຂົ້າຮ່ວມຢ່າງເປັນທາງການ, ສປຊ ໄດ້ສະຫງວນການໜູນຊ່ວຍຫລາຍຢ່າງ ກ່ຽວກັບດ້ານມະນຸດສະທຳ ແລະ ການເງິນ, ພິເສດແມ່ນເລື່ອງແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ສາທາລະນະສຸກ, ສະບຽງອາຫານ. ໃນຊຸມປີທ້າຍທົດສະວັດ 1970, ອົງການຈັດຕັ້ງດັ່ງກ່າວ ໄດ້ຕັ້ງໜ້າຊ່ວຍ ຫວຽດນາມ ແກ້ໄຂບັນດາຄວາມຫຍຸ້ງຍາກຫລາຍດ້ານ ດ້ວຍຍອດຈຳນວນເງິນຊ່ວຍເຫຼືອກ່ວາ 500 ລ້ານ USD. ໃນຕົ້ນທົດສະວັດ 1980, ນອກຈາກແຫຼ່ງທຶນຊ່ວຍເຫຼືອຈາກບັນດາປະເທດສັງຄົມນິຍົມ, ທຶນຊ່ວຍເຫຼືອຂອງ ສປຊ ກວມເອົາ 60% ໃນຍອດຈຳນວນທຶນຊ່ວຍເຫຼືອໃຫ້ ຫວຽດນາມ. ໃນພາລະກິດປ່ຽນແປງໃໝ່, ຍູ້ແຮງວຽກງານຫັນປະເທດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສະຫະປະຊາຊາດ ສືບຕໍ່ໜູນຊ່ວຍ ຫວຽດນາມ ຢ່າງຕັ້ງໜ້າ ດ້ວຍແຫຼ່ງທຶນໃນແຕ່ລະປີນັບຮ້ອຍລ້ານ USD. ນີ້ແມ່ນໜຶ່ງໃນບັນດາແຫຼ່ງກຳລັງທີ່ສຳຄັນ ຊ່ວຍປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃຫ້ປະສົບຜົນສຳເລັດ ແລະ ປະກອບສ່ວນນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດສຳເລັດບັນດາເປົ້າໝາຍພັດທະນາສະຫັດສະວັດຂອງ ສປຊ. ທ່ານ ຫງວຽນກີ໋ກຸ້ຍບີ໋ງ, ອະດີດຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, WTO ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄລຍະ 1997 – 2003 ຕີລາຄາວ່າ :
        “ສປຊ ມີບົດບາດພິເສດທີ່ສຸດສຳລັບ ຫວຽດນາມ. ບັນດາໂຄງການ ແລະ ອົງການຈັດຕັ້ງສາກົນຂອງ ສປຊ ຄື: ອົງດານ ສປຊ ເພື່ອການພັດທະນາ (UNDP), ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF), ອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ (FAO) ປະກອບສ່ວນສຳຄັນທີ່ສຸດ. ສປຊ ກໍ່ເປັນຂົວຕໍ່ ເພື່ອໃຫ້ ຫວຽດນາມ ໄດ້ສຳພັດກັບບັນດາທຶນຊ່ວຍເຫຼືອມະນຸດສະທຳຂອງບັນດາປະເທດອື່ນໆ, ປຸກລະດົມບັນດາແຫຼ່ງທຶນເປັນຈຳນວນຫລາຍທີ່ສຸດໃຫ້ ຫວຽດນາມ. ຍ້ອນມີສິ່ງດັ່ງກ່າວນັ້ນ ເສດຖະກິດ ຫວຽດນາມ ຈຶ່ງພັດທະນາຢ່າງວ່ອງໄວ.
ຫວຽດນາມ ເປັນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ
        ນັບແຕ່ເມື່ອເຂົ້າຮ່ວມ ສປຊ, ຫວຽດນາມ ນັບມື້ນັບເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມໃນບັນດາຂົງເຂດເຄື່ອນໄຫວຂອງອົງການຈັດຕັ້ງດັ່ງກ່າວ. ເພື່ອນມິດສາກົນຮັບຮູ້, ຕີລາລາຄາສູງບົດບາດນຳໜ້າຂອງ ຫວຽດນາມ ໃນການຊຸກຍູ້ຂະບວນການຕໍ່ສູ້ ເພື່ອເອກະລາດແຫ່ງຊາດ, ອະທິປະໄຕ ແລະ ສິດຊົນຊາດຕັດສິນເອງ, ຕ້ານການແຂ່ງຂັນອາວຸດ, ສະໜັບສະໜູນວິວັດການ “ຫລຸດຜ່ອນກຳລັງທະຫານ” ຢ່າງຮອບດ້ານ ແລະ ເຖິງຖອງ. ຫວຽດນາມ ຍັງນຳໜ້າໃນການປະຕິບັດຂໍ້ລິເລີ່ມ “ເອກະພາບໃນການກະທຳ” ຂອງ ສປຊ. ພ້ອມກັນນັ້ນ ແມ່ນຄວາມມານະພະຍາຍາມຜັນຂະຫຍາຍສຳເລັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຂໍ້ລິເລີ່ມຂອງ ສປຊ ກ່ຽວກັບການຮັບມືກັບ El Nino ແລະ La Nina ແລະ ບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງ ສປຊ. ດ້ວຍບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງມີປະສິດທິຜົນສຳລັບບັນດາການເຄື່ອນໄຫວ ແລະ ວິວັດການພັດທະນາຂອງ ສປຊ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈ, ຕີລາຄາສູງຈາກວົງຄະນະຍາດສາກົນ ຊຶ່ງສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ຜ່ານການເລືອກຕັ້ງເຂົ້າບັນດາອົງການສຳນັກງານຂອງ ສປຊ ດ້ວຍບັດສະໜັບສະໜູນສູງ, ພິເສດແມ່ນສະພາຄວາມໝັ້ນຄົງ ສປຊ (ອາຍຸການ 2008 - 2009), ສະພາເສດຖະກິດ - ສັງຄົມ (2 ອາຍຸການ 1998 – 2000 ແລະ 2016 - 2018), ສະພາສິດທິມະນຸດ (ອາຍຸການ 2014 - 2016) ສະພາບໍລິຫານ UNESCO (ອາຍຸການ 2015 - 2019), ຄະນະກຳມະການກົດໝາຍສາກົນ (ອາຍຸການ 2017 - 2021). ທ່ານນາງ Pratibha Mehta ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ແຕ່ປີ 2012 – 2016 ໃຫ້ຂໍ້ສັງເກດວ່າ:
        “ຫວຽດນາມ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າທີ່ສຸດ ແລະ ນັບມື້ນັບເຊື່ອມໂຍງເຂົ້າບັນດາການເຄື່ອນໄຫວຂອງ ສປຊ ຢ່າງເລິກເຊິ່ງ. ຫວຽດນາມ ໄດ້ເຂົ້າຮ່ວມສະພາສິດທິມະນຸດ ສປຊ, ເປັນສະມາຊິກຂອງ ECOSOC, ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ຊູດັງ ແລະ ສ້າງຕັ້ງສູນຮັກສາສັນຕິພາບ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນພະຍານຫຼັກຖານໃຫ້ແກ່ການຮ່ວມມືນັບມື້ນັບຮອບດ້ານກ່ວາ ລະຫວ່າງ ສປຊ ແລະ ຫວຽດນາມ.
ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນ ສະຫະປະຊາຊາດ
        ບົນພື້ນຖານການຮ່ວມມືອັນດີງາມໃນ 40 ປີຜ່ານມາ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ສປຊ ຈະສຸມໃສ່ປະຕິບັດແຜນການຍຸດທະສາດຮ່ວມໄລຍະ 2017 – 2021 ເຊິ່ງ 2 ຝ່າຍລົງນາມໃນເດືອນ ກໍລະກົດ ຜ່ານມາ. ແຜນການໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ການລົງທຶນເຂົ້າມະນຸດ; ຮັບປະກັນການຮັບມືຕໍ່ການປ່ຽນແປງຂອງດິນຟ້າກາດ ແລະ ການພັດທະນາສິ່ງແວດລ້ອມແບບຍືນຍົງ; ຊຸກຍູ້ຄວາມວັດທະນະຖາວອນ ແລະ ການພົວພັນຄູ່ຮ່ວມມື; ເພີ່ມທະວີຄວາມຍຸຕິທຳ, ສັນຕິພາບ ແລະ ການບໍລິຫານຮອບດ້ານ. ແຜນການດັ່ງກ່າວ ໄດ້ໜູນຊ່ວຍ ຫວຽດນາມ ໃນການປະຕິບັດຍຸດທະສາດພັດທະນາແບບຍືນຍົງໄລຍະ 2011 – 2020, ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2016 – 2020 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ. ນີ້ແມ່ນພື້ນຖານສຳຄັນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດລະຫວ່າງ ຫວຽດນາມ ແລະ ສປຊ ໃນຊຸມປີຈະມາເຖິງ. ນອກນັ້ນ, ຫວຽດນາມ ຈະສຸມໃສ່ປະຕິບັດໃຫ້ສຳເລັດບົດບາດເປັນສະມາຊິກໃນບັນດາກົນໄກຂອງ ສປຊ ເປັນຢ່າງດີ ແລະ ນຳໜ້າດ້ວຍຂໍ້ລິເລີ່ມລະອຽດຫລາຍຢ່າງໃນບັນດາຂົງເຂດບຸລິມະສິດ. ພິເສດ ຫວຽດນາມ ຕັ້ງໜ້າຂົນຂວາຍອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
        40 ປີຜ່ານມາ, ການພົວພັນ ຫວຽດນາມ - ສປຊ ນັບມື້ນັບພັດທະນາ. ບັນດາຜົນງານ ແລະ ບົດຮຽນໃນວິວັດການຮ່ວມມືລະຫວ່າງ 2 ຝ່າຍ ເປັນພື້ນຖານສະດວກເພື່ອໃຫ້ ຫວຽດນາມ ແລະ ສປຊ ສືບຕໍ່ປະຕິບັດແຜນການຍຸດທະສາດຮ່ວມ 5 ປີຈະມາເຖິງ ແລະ ຊຸມປີຕໍ່ໄປໃຫ້ສຳເລັດຜົນ./. 
 (ແຫຼ່ງຄັດຈາກ VOV)
 
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top