• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢຶດໝັ້ນຮັກສາອະທິປະໄຕທະເລ,ໝູ່ເກາະແລະຮັກສາສັນຕິພາບຢູ່ທະເລຕາເວັນອອກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢ້ຽມ​ຢາມ​ກອງ​ພົນ​ນ້ອຍ​ກ່ຳ​ປັ່ນ​ດຳ​ນ້ຳ 189 ທະ​ຫານ​ເຮືອ
       ຕອນ​ເຊົ້າ​ວັນ​ທີ 28/2, ຢູ່ທ່າ​ກ​່ຳ​ປັ່ນກອງ​ທັບ​ກອງ​ພົນ​ນ້ອຍ​ກ່ຳ​ປັ່ນ​ດຳ​ນ້ຳ 189 ທະ​ຫານ​ເຮືອ, ກ​ອງ​ບັນ​ຊາ​ການ​ທະ​ຫານ​ເຮືອ, ໄດ້​ດຳ​ເນີນ​ວິ​ທີ​ຊັກ​ທຸງ​ຢູ່​ກ​່ຳ​ປັ່ນ 2 ລຳ​ແມ່​ນ​ກ່ຳ​ປັ່ນ​ເລ​ກ​ທີ 186 ທີ່​ມີ​ຊື່​ວ່າ ດ່ານ​ັ້ງ ແລະ ກ່ຳ​ປັ່ນເລ​ກ​ທີ 187 ທີ່​ມີ​ຊື່​ວ່າ ບ່າ​ເຣ້ຍ - ຫ​ວູງ​ເຕົ່​າ. ນີ້​ແມ່ນ​ກ່ຳ​ປັ່ນ 2 ລຳ​ສຸດ​ທ້າຍ​ໃນ​ຈຳ​ນວນ 6 ລຳ​ທີ່​ທັນ​ສະ​ໄໝ​ໂດ​ຍ​ສະ​ຫະ​ພັນ​ລັດ​ເຊຍ ຕໍ່​ໃໝ່​ຕາມ​ສັນ​ຍາ​ທີ່ໄດ້​ລົງ​ນາມ​ລະ​ຫວ່າງ 2 ປະ​ເທດ​ນັບ​ແຕ່​ປີ 2009. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊ​ີ້​ແຈ້ງວ່າ: ເລື່ອງ​ປະ​ກອບໃຫ​້​ເຫຼົ່າ​ທັ​ບ​ເຮືອ ກ່ຳ​ປັ່ນ​ດຳ​ນ້ຳ Kilo 636 ຢັ້ງ​ຢືນ​ວິ​ໄສ​ທັດ​ຍຸ​ດ​ທະ​ສາດ​ຂອງ​ພັກ ແລະ ລັດ, ເພື່​ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ ແລະ ທ່າ​​ສະ​ໜາມ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ບົນ​ທະ​ເລ, ນຳ​ກອ​ງ​ທັບ​ເຮືອ ຫວຽດ​ນາມ ​ໄປ​ທັນ​ກັບ​ລະ​ດັບ​ລວມ​ຂອງກອງ​ທັບ​ເຮືອ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.
        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ກອງ​ທັບ​ເວົ້າ​ລວມ, ທະ​ຫານ​ເຮືອ​ເວົ້າ​ສະ​ເພາະ, ຊາບ​ຊຶມ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຢ່າງ​ເຂັ້ມ​ງວດ ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢື​ນ​ວ່າ:
        “ພວກ​ເຮົາ​ຢັ້ງ​ຢືນ​ວ່​າ: ແນວ​ທາງ​ການ​ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ແມ່ນ​ສັນ​ຕິ​ພາບ, ແມ່ນ​ປ້ອງ​ກັນ​ຕົວ. ເລື່ອງ​ຫັນ​ກອງ​ທັບ​ເປັນ​ທັນ​ສະ​ໄໝ, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ​ກ່ຳ​ປັ່ນ​ດຳ​ນ້ຳ​ທັນ​ສະ​ໄໝແມ່ນ​ວຽກ​ງານ​​ທົ່ວ​ໄປຂອງ​ປະ​ເທດ​ມີ​ທະ​ເລ, ບໍ່​ຕ້ອງ​ຊ່ວງ​ເສັງ​ປະ​ກອບ​ອາ​ວຸດ, ບໍ່​ແນ​ໃສ່​ບໍ່​ວ່າ​ປະ​ເທດ​ໃດໆ, ຫາກ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ, ທະ​ເລ, ​ໝູ່ເກາະ ​ ເຂດ​ໄລ່​ທະ​ວີບ​ອັນໜັກ​ແໜ້ນໃນ​ທຸກໆ​ກໍ​ລະ​ນີ. ພະ​ນັກ​ງານ, ນັກ​ຮົບ​ທະ​ຫານ​ເຮືອ​ແຕ່​ລະ​ຄົນ​ຈົ່ງ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັກ​ສາ​ອະ​ທິ​ປະ​ໄຕ​ທີ່​ສັກ​ກະ​ລະ​ບູ​ຊ​າ​ຂອງ​ປະ​ເທດ​ຊາດ ແລະ ຮັກ​ສາ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top