• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມອບໂຮງຮຽນໃຫ້ ລາວ

ພິທີ​ເປີດ​ສະຫຼອງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ວຽງ​ພູ​ຄາ
(ພາບ: phamkien/vietnam+)
        ຕອນ​ບ່າຍ​ວັນ​ທີ 29/7, ຢູ່​ເມືອງ ວຽງ​ພູ​ຄາ, ​ແຂວງ ຫລວງ​ນ້ຳ​ທາ, ພາກ​ເໜືອ ລາວ, ​ໄດ້​ດຳ​ເນີນ​ພິທີ​ເປີດ​ສະຫຼອງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ວຽງ​ພູ​ຄາ. ນີ້​ແມ່ນ​ໂຄງການ​ໂຮງຮຽນ​ທີ 2 ​ທີ່ໄດ້​ຮັບ​ການຜັນ​ຂະຫຍາຍ​ດ້ວຍ​ແຫຼ່ງທຶນ​ຊ່ວຍ​ເຫຼືອລ້າ​ຂອງ​ລັດຖະບານ ຫວຽດນາມ ສະ​ຫງວນມອບ​ໃຫ້​ລັດຖະບານ ລາວ ຢູ່​ແຂວງ ຫລວງ​ນ້ຳ​ທາ ມີ​ມູນ​ຄ່າ​ເກືອບ 75 ຕື້​ດົ່ງ.
      ກ່າວ​ຄຳ​ເຫັນ​ທີ່ພິທີ​ເປີດ​ສະຫຼອງ ​ແລະ ມອບ​ຮັບທ່ານ ຫງວຽນ​ຈີ໋ຢຸງ,​ ຮອງ​ປະທານຄະນະ​ກຳມາ​ທິການ​ຮ່ວມ​ມື ຫວຽດນາມ - ລາວ ​ໃຫ້​ຮູ້​ວ່າ: ການ​ເປີດ​ສະຫຼອງ, ມອບຮັບ​ ​ແລະ ​ນຳ​ໂຮງຮຽນມັດທະຍົມ​ຕອນ​ປາຍ ວຽງ​ພູ​ຄາ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ ສະ​ແດງ​ຄວາມ​ຕັດສິນ​ໃຈ​ຂອງ 2 ລັດຖະບານ, 2 ຄະນະ​ກຳມາ​ທິການຮ່ວມ​ມື​ໃນ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ບຳລຸງ​ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ລະຫວ່າງ 2 ປະ​ເທດ.
      ທ່ານ​ ຄຳ​ເຜີ​ຍ ​ແກ້ວ​ກິ​ນນາລີ ຮອງ​ປະ​ເທດຄະນະ​ກຳມາ​ທິການ​ຮ່ວມ​ມື ລາວ - ຫວຽດນາມ ​ໃຫ້​ຮູ້​ວ່າ: ກິດຈະກຳ​ນີ້​ແມ່ນ​ສັນຍາ​ລັກ​ພິສູດ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ, ລາວ ​ແລະ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top