• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ກຳປູເຈຍເພີ່ມທະວີການຮ່ວມມືໃນຂົງເຂດກວດກາ

ການ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍ
       ວັນ​ທີ 29/11,  ຄະ​ນະ​ກວດ​ກາ​ລັດ​ຖະ​ບານ ຫວຽດ​ນາມ ໂດຍ​ທ່ານ ຟານ​ວັນ​ເຊົ໋າ, ​ປະ​ທານ​ອົງ​ການກວດ​ກາ​ລັດ​ຖະ​ບານ ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກະ​ຊວງ​ພົວ​ພັນ​ກັ​ບ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ສູງ ແລະ ອົງ​ການກວດ​ກາ ກຳ​ປູ​ເຈຍ, ທີ່​ສຳ​ນັກ​ງານ​ຂອງ​ກະ​ຊວງ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ໝາກ​ຜົນ​ວຽກ​ງານ, ບົດ​ຮຽນ ກ່ຽວ​ກັບ​ວຽກ​ງານກວດ​ກາ, ພິ​ເສດ​ແມ່ນ​ວຽກ​ງານ​ຊີ້​ນຳ, ບໍ​ລິ​ຫານ​ໃນ​ການ​ແກ້​ໄຂ​ການ​​ຮ້ອງ​ທຸກ, ​ຮ້ອງ​ຟ້ອງ ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ບາງ​ໜ້າ​ທີ່​ຈຸດ​ສ​ຸມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ເປັ​ນ​ເອ​ກະ​ສັນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລ​ກ​ປ່ຽນ​ຄະ​ນະ, ອົງ​ການກວດ​ກາ​ລັດ​ຖະ​ບານ ຫວຽດ​ນາມ ຊ່ວຍ​ບຳ​ລຸງ​ສ້າງ​ວິ​ຊາ​ຊີບ​ໃຫ້​ແກ່​ພະ​ນັກ​ງານ​ອົງ​ການກວດ​ກາ ກຳ​ປູ​ເຈຍ, ຫວຽດ​ນາມ ຈ​ະ​ສົ່ງ​ນັກ​ຊ່ຽວ​ຊານ​ໄປ​ກຳ​ປູ​ເຈຍ ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການຊີ້​ນຳ​ການ​ເຄື່ອນ​ໄຫວກວດ​ກາ, ແກ້​ໄຂ​ການ ຮ້ອງ​ທຸກ, ​ຮ້ອງ​ຟ້ອງ ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການກວ​ດ​ກາ​ລັດ​ຖະ​ບານ ຫວຽດ​ນາມ ກັບ​ກະ​ຊວງພົວ​ພັນ​ກັ​ບ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ສູງ ແລະ ອົງ​ການກວດ​ກາ ກຳ​ປູ​ເຈຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top