• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນນຳວົງເງິນການຄ້າ ຫວຽດນາມ - ຮົງກົງ (ປະເທດຈີນ) ບັນລຸ 8 ຕື້ USD ໃນປີ 2017

ປ​ອ Jonathan Choi ແລະ ທ່ານ ຫງວຽນ​ຊວນ​ຟຸກ
 ​​      ຕອນ​ຄ່ຳ​ວັນ​ທີ 19/4, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ​້​ຕ້ອນ​ຮັບ ປ​ອ Jonathan Choi, ປະ​ທານ​ຫ້ອງ​ການ​ການ​ຄ້າ ຮົງ​ກົງ - ຫວຽດ​ນາມ, ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Sunwah (ຮົງ​ກົງ, ປະ​ເທດ​ຈີນ). ປະ​ກາດ​ບັນ​ດາ​ຈຸດ​​ພົ້ນ​ເດັ່ນກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ໄລ​ຍະ​ມໍ່ໆ​ມານີ້, ລັດ​ຖະ​ບານ ຫວຽດ​ນາມ ພວມ​ສຸມ​ໃສ່​ພັດ​ທະ​ນາ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ປາດ​ຖະ​ໜາ​ວ່າ Sunwah, ກອ​ງ​ລົງ​ທ​ຶນ VinaCapital (ເຊິ່ງ Sunwah ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກກໍ່​ຕັ້ງ) ລົງ​ທຶນ​ເຂົ້າ ຫວຽດ​ນາມ ຢ່າງ​ແຮງ​ກ່​ວາ​ອີກ​ໃນ​ບັນ​ດາ​ຂົງ​ເຂດນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຈະ​ສືບ​ຕໍ່​ສືບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະຫຼາດ​ຢ່າງ​ແຮງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ໃນ​ນັ້ນ​ມີ Sunwah, ທຳ​ມະ​ຫາ​ກິນ​ປະ​ສົ​ບ​ຜົນ​ສຳ​ເລັດ​ຢູ່ ຫວຽດ​ນາມ; ພ້ອມ​ທັງ​ຫວັງ​ວ່າ Sunwah ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ ຫວຽດ​ນາມ - ຮົງ​ກົງ ປີ 2017 ບັນ​ລຸ 8 ຕື້ USD. ສ່ວນ​ທ່ານ ປອ Jonathan Choi ໄດ້​ປາດ​ຖະ​ໜາ​ວ່າ ດ້ວຍ​ທ່າ​ແຮງ​ຂ​ອງ​ກຸ່ມ​ບໍ​ລິ​ສັດ, Sunwah ມີ​ການ​ພົວ​ພັນ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ອາດ​ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຊື່ອມ​ຕໍ່, ທຳ​ມາ​ຫາ​ກິນ. ທ່ານ​ໃຫ້​ຮູ້​ວ່າ: Sunwah ກໍ່​​ມີ​ຄວາມເອົາ​ໃຈ​ໃສ່, ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນ​າຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ໜູນ​ຊ່ວຍ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລຢູ່ ຫວຽດ​ນາມ ບາງ​ໂຄງ​ການ, ຫວັງ​ວ່າ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ຮູບ​ການ​ສຶກ​ສາ​ຂອງ ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top