• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ41ປີແຫ່ງວັນສະຖາປະນາປະເທດ ສປປ.ລາວ

       ວັນ​ທີ 30/11, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 41 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ ປະ​ເທດ ສ​ປ​ປ ລາວ (2/12/1975 – 2/12/2016), ສະ​ແດງ​ນ້ຳ​ໃຈ​ສາ​ມັກ​ຄີ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເພີ່ມ​ພຸ​ນ​ຄຸນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ -ລາວ. ກ່າວ​ຄຳ​ເຫັນ​ນ​ະ​ທີ່ນີ້, ທ່ານ​ ຮິ່ງ​ແກ໋ງ​ມ້າງ, ຮ​ອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ​ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ໝາຍ​ວັນ​ຊາດ ສປ​ປ ລາວ, ເປີດ​ສັງ​ກະ​ລາດ​ໃຫມ່ກໍ່​ສ້າງ​ປະ​ເທດ​ລາວ ສັນ​ຕິ​ພາບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ, ​ເອ​ກະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ, ປະ​ກອ​ບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.
        ສ່ວນ​ທ່ານ ສົມ​ໄຊ ຊະ​ນະ​ມູ​ນີ, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ, ໃນ​ນັ້ນ​ມີ​ນະ​ຄອນ ໂຮ່​ຈີ​ມິນ ສຳ​ລັບ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ກໍ່​ສ້າງ, ພັດ​ທະ​ນາ​ປະ​ເທດ​ລາວ. ທ່ານ ສົມ​ໄຊ ຊະ​ນະ​ມູ​ນີ ເນັ້ນ​ໜັກ​ວ່າ ລາວ ໝັ້ນ​ໝາຍ​ຈະ​ພ້ອມ​ກັບ​ເພື່ອນ​ມິດ ຫວຽດ​ນາມ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ຖືນີ້​ແມ່ນ​ໜ້າ​ທີ່​ເພື່ອ​ປົກ​ປັກຮັກ​ສາ ແລະ ຊຸກ​ຍູ້​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top