• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປລາວມອບຫລຽນໄຊອິດສະຫລະໃຫ້ແກ່ຮອງລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີຫວຽດນາມ

ທ່ານ ເຈີນ​ຫວຽດ​ແທງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ 
ພາບ:internet
      ຕອນ​ຄ່ຳ​ວັນ​ທີ 9/12, ທ່ານ ບໍ​ວຽງ​ຄຳ ວົງ​ດາ​ລາ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ລາວ ໄດ້ ມອບ​ຫລຽນ​ໄຊ​ອິດ​ສະ​ຫລະ​ຊັ້ນ 3 ໃຫ້​ທ່ານ ເຈີນ​ຫວຽດ​ແທງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ. ນີ້​ແມ່ນ​ຂອງ​ຂວັນ​ເພື່ອ​ຮັບ​ຮູ້​ບັນ​ດາ​ຜົນ​ງານ​ດີ​ເດັ່ນ, ການ​ອຸ​ທິດ​ສ່ວນ​ກຳ​ລັງ​ເຫື່ອ​ແຮງ ແລະ ພູມ​ປັນ​ຍາ​ຂອງ​ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ເຈີນ​ຫວຽດ​ແທງ ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຂອງລາວ, ພິ​ເສດ​ໃນການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈີນ​ຫວຽດ​ແທງ ຢືນ​ຢັນ ນີ້​ແມ່ນ​ການ​ຮັບ​ຮູ້​ຂອງ​ລັດ​ຖະ​ບານ​ລາວ ສຳ​ລັບ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ​ມ​ີ​ ປະ​ສິດ​ທິ​ຜົນລະ​ຫວ່າງ​ສອງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດ​ນາມ ແລະ​ລາວ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈີນ​ຫວຽດ​ແທງ ປາດ​ຖະ​ຫນາ​ຢາກ​ພ້ອມ​ກັບ​ການ​ນຳ​ສອງ​ກະ​ຊວງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸ​ກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂ​ົງ​ເຂດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​​ໃນ​ໄລ​ຍະ​ຈະ​ມາ​ເຖິງໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ຄຸນ​ນະ​ພາບກວ່າ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top