• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ປາດຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຫວຽດນາມ

ວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ປາດຖະໜາຢາກປະກອບ
ສ່ວນເຂົ້າໃນການພັດທະນາເສດຖະກິດ ຫວຽດນາມ
(ພາບ VGP)
          ຕອນ​ເຊົ້າ​ວັນ​ທີ 17/01 ​​ໂດຍສືບ​ຕໍ່​ບັນດາການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພ້ອມ​ກັບທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​​ໄດ້ເປັນ​ປະທານ​ຮ່ວມ​ການ​ໂອ້​ລົມສົນທະນາວິ​ສາ​ຫະກິດ ຫວຽດນາມ - ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້ລົ​ມສົນທະນາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ເປີດ​, ​ເຊື່ອ​ມ​ໂຍງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ມີລະບົບ​ກົດໝາຍ​ທີ່ດີ, ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ. ລັດຖະບານ ຫວຽດນາມ ຕັ້ງໜ້າ, ຕັດສິນ​ໃຈປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ຂ້ຽວຂາດ. ປີ 2017 , ຫວຽດນາມ ວາງ​ຄາດໝາຍ​ສູ້​ຊົນ​ເຂົ້າ Top ​ແຖວ​ໜ້າ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີ​​ເນັ້ນ​ໜັກ​ວ່າ “ຫວຽດນາມ ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ແມ່ນ​ນັກ​ລົງທຶນ​ໃຫຍ່​ທີ່​ສຸດ​ເຂົ້າ ຫວຽດນາມ”. ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລ້ວ, ຫວຽດນາມ ປາດ​ຖະໜາ​ວ່າວິ​ສາ​ຫະກິດ ຍີ່ປຸ່ນ ຈະລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ຄື: ການ​ເຕີບ​ໂຕ​ຂຽວ; ບັນດາ​​ໂຄງການ​ຮ່ວມ​ມື​ພັດທະນາ​​ອຸດສາຫະກ​​ຳ ຫວຽດນາມ - ຍີ່ປຸ່ນ, ພັດທະນາ​ໂຄງ​ລ່າງຄຸນ​ນະພາ​ບສູງ, ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ, ພິ​ເສດ​ແມ່ນການ​ເງິນ, ທະນາຄານ ​ແລະ ການທ່ອງທ່ຽວ.
        ສ່ວນ​ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະ​ເໜີ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ລັດຖະບານ ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ, ​ເອົາ​ໃຈ​ໃສ່, ຮັບຟັງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ, ດ້ວຍ​ທ່າ​ແຮງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີສູງ, ມີ​ຫລາຍບົດຮຽນ​​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ຢືນຢັນ​ວ່າ ວິ​ສາ​ຫະກິດ ຍີ່ປຸ່ນ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ຫວຽດນາມ ​ໂດຍ​ຜ່ານ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີສູງ ​ແລະ ກໍ່ສ້າງ​ແຫຼ່ງຊັບພະຍາກອນ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຈະ​ສືບ​ຕໍ່​ເຄື່ອນ​ໄຫວ​ຍາວ​ນານ, ໝັ້ນຄົງ, ຮ່ວມ​ມື​ຢ່າງ​ຕັ້ງໜ້າກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ຫວຽດນາມ ​ກ່ວາ​ອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top