• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງນາມໃນບົດບັນທຶກຊ່ວຍຈຳໂຄງການທິມງານສາທາລະນະສຸກ-ສົ່ງເສີມສຸຂະພາບເຕັກໂນໂລຊີສູງ


​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​
(ພາບ: TTXVN)
      ​ຕອນ​ບ່າຍ​ວັນ​ທີ 21/03, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອິດ​ສະ​ຣາ​ແອນ Reuven Ruvi Rivlin ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ປະ​ຕິ​ບັດ​ໂຄງ​ການ “​ທິມ​ງານສາ​ທາ​ລະ​ນະ​ສຸກ - ສົ່ງ​ເສີມສຸ​ຂະ​ພາບ​ເຕັກ​ໂນ​ໂລ​ຊີ​ສ​ູງຢູ່​ຮ່າ​ໂນ້ຍ” ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ TH ກັບ​ບໍ​ລິ​ສັດ MedicDan Ltd ແລະ ບໍ​ລິ​ສັດ Staromedic R.N International ຂອງ​ອິດ​ສະ​ຣາ​ແອນ. ໂຄງ​ການ​ໂດຍ​ກຸ່ມ​ບໍ​ລິ​ສັດ TH ຜັນ​ຂະ​ຫຍາຍ ດ້ວຍ​​ຈຸດ​ໝາຍ​ແມ່ນ​ສ້າງ​ຮູບ​ແບບ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ທີ່​ເປັນ​ແບບ​ຢ່າງ, ຖື​ລູກ​ຄ້າ​ເປັນ​ໃຈ​ກາງ ດ້ວຍ​ບັນ​ດາ​ການ​ບໍ​ລິ​ການ​ທີ່​ດີ​ທີ່​ສຸດ. ຄົນ​ເຈັບ​ຈະ​ໄດ້​ຮັບ​ການ​ຮັບ​ໃຊ້​ຢ່າງ​ຮອບ​ດ້ານ, ໄດ້​ນຳ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ວິ​ທີ​​ເບິ່ງ​ແຍງ​ດູ​ແລ​ທີ່​ທັນ​ສະ​ໄໝ​ທີ່​ສຸດ. ບັນ​ດາ​ໂຄງ​ການ​ກໍ່​ສ້າງ​ຄື: ໂຮງ​ໝໍສູນ​ເອ​ເລັກ​ໂຕ​ນິກ; ໂຮງ​ໝໍ​ຫຼາຍ​ຂະ​ແໜງ 5 ດາວ; ສູນບຳ​ລຸງ​ພັ​ກ​ຜ່ອນ ແລະ ຟື້ນ​ຟູ​​ສຸ​ຂະ​ພາບຈະ​ໄດ້​ຮັບ​ການກ​ໍ່​ສ້າງ​ໃນ​ເນື້ອ​ທີ່ 20 ເຮັກ​ຕາ ຢູ່​ຮ່າ​ໂນ້ຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top