• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ແລະ ຍີ່ປຸ່ນ ລົງນາມຂໍ້ຕົກລົງສຳຄັນ 20 ສະບັບ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
(ພາບ: : EPA/TTXVN)
      ສຳ​ນັກ​ຂ່າວ​ສານ TAAS ໄດ້​ຄັດ​ສະ​ເໜີ​ແຫຼ່ງ​ຂ່າວ​ຈາກ​ສື່ມວນ​ຊົນ ຍີ່​ປຸ່ນ ໂດຍ​ໃຫ້​ຮູ້​ວ່າ: ຄາດ​ວ່າ​ການ​ຢ້ຽມ​ຢາມ​ລັດ​ເຊຍ ໃນ​ທ້າ​ຍ​ເດືອນ 4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຈະ​ລົງ​ນາມ​ໃນຂໍ້​ຕົກ​ລົງ​ສຳ​ຄັນ 20 ສະ​ບັບ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ກັບ ລັດ​ເຊຍ. ບັນ​ດາ​ຂໍ້​ຕົກ​ລົງ​ນີ້​ຂຶ້ນ​ກັບຫຼາຍ​ຂົງ​ເຂດ​ອື່ນໆ, ໃນ​ນັ້ນ​ມີ​ສາ​ທາ​ລະ​ນະ​ສ​ຸກ ແລະ ​ພະ​ລັງ​ງານ. ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​​ກັນບັນ​ດາ​ເນື້ອ​ໃນ​​ທີ່ຈະ​ນຳ​ມາ​ປຶກ​ສາ​ຫາ​ລື​ໃນ​ການ​ຢ້ຽມ​ຢາມ​ຈະ​ມາ​ເຖິງ. ລັດ​ເຊຍ ແລະ ຍີ່​ປຸ່ນ ພວມ​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ 2 ຝ່າຍ, ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ຜືນ​ແຜ່ນ​ດິນ. ກໍ່​ໃນ​ການ​ຢ້ຽມ​ຢາມ ລັດ​ເຊຍ ໃນ​ທ້າຍ​ປີ​ກາຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ກໍ່​ສະ​ເໜີ​ແຜນ​ການ​ຮ່ວມ​ມື​ເສ​ດ​ຖະ​ກິດ 2 ຝ່າຍ​ລວມ​ມີ 8 ຂໍ້, ໃນ​ນັ້ນ​ລວມ​ມີການຊຸກ​ຍູ້​ການ​ພົວ​ພັນ ລັດ​ເຊຍ - ຍີ່​ປຸ່ນ ໃນ​ຂົງ​ເຂດ​ພະ​ລັງ​ງານ, ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ກໍ່​ຄື​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຢູ່​ເຂດ ຕາ​ເວັນ​ອອກ​ໄກ​ລັດ​ເຊຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top