• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອາຊຽນ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 72

      ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດ ອາຊຽນ (IAMM) ຢູ່ນອກກອງປະຊຸມຄັ້ງທີ 72 ຂອງສະມັດຊາໃຫຍ່ ສປຊ, ຈັດຕັ້ງໃນວັນທີ 23 ກັນຍາ. 

ກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ
      ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເພື່ອແນໃສ່ສົມທົບຫຼັກໝັ້ນຂອງ ອາຊຽນ ທີ່ເວທີປາໄສ ສປຊ. ທ່ານ ຟ້າມບີງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ແລກປ່ຽນກ່ຽວກັບສະພາບການສ້າງປະຊາຄົມ ອາຊຽນ, ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ 31 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ຟີລິບປິນ ໃນຕົ້ນເດືອນພະຈິກ 2017. ບັນດາລັດຖະມົນຕີການຕ່າງປະເທດ ຢືນຢັນສືບຕໍ່ຜັນຂະຫຍາຍປະສິດທິຜົນຂອງບັນດາເນື້ອໃນກ່ຽວກັບການສ້າງປະຊາຄົມ ທີ່ໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ ຟີລິບປິນ ໃນເດືອນ ສິງຫາ 2017; ເນັ້ນໜັກຕ້ອງຍູ້ແຮງຄວາມຄືບໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາໃນ 3 ເສົ້າຄ້ຳຂອງ ປະຊາຄົມ ແລະ ເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເຫັນດີສະເໜີວ່າກອງປະຊຸມສຸດຍອດອາຊຽນ - ຈີນ ໃນເດືອນ ພະຈິກ ຈະມາເຖິງຈະອອກຖະແຫຼງການທາງການເພື່ອເລີ່ມດຳເນີນການເຈລະຈາ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກ ອາຊຽນ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງໃນບັນດາບັນຫາພາກພື້ນ ແລະ ສາກົນ, ພິເສດແມ່ນສຳລັບບັນດາບັນຫາກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ຊີ້ແຈ້ງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄຟໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກສຳລັບສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ສະເໜີໃຫ້ບັນດາຝ່າຍຕ້ອງຮັກສາບັນດາຫຼັກການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ເຄົາລົບບັນດາຂັ້ນຕອນທາງການທູດ ແລະ ນິຕິທຳຢ່າງຄົບຖ້ວນ, ອາຊຽນ ແລະ ຈີນ ຕ້ອງສືບຕໍ່ມານະພະຍາຍາມປະຕິບັດ DOC ຢ່າງຄົບຖ້ວນ ແລະ ສ້າງ COC ຢ່າງແທດຈິງ, ມີຄວາມຜູກມັດດ້ານນິຕິກຳ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top