• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນ 10 ຄົນ


ການ​ປະຊຸມ​ຂ່າວ​ສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງ​
ການ​ມອບລາງວັນ​ຊາວ​ໜຸ່ມ ຫວຽດນາມ ດີ​ເດັ່ນ ​
(ພາບ: dantri.com.vn)

      ຕອນ​ເຊົ້າວັນ​ທີ 14/03, ຢູ່​ຮ່າ​ໂນ້ຍ, ຄະນະ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ກອງ​ທຶນ​ໜູນ​ຊ່ວຍ​ໄວ​ໜຸ່ມ ຫວຽດນາມ ມີ​ຄວາມ​ເກັ່ງ​ກ້າ​ສາມາດ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງ​ການ​ມອບລາງວັນ​ຊາວ​ໜຸ່ມ ຫວຽດນາມ ດີ​ເດັ່ນ ​ແລະ ມອບ​ລາງວັນ​ຊາວ​ໜຸ່ມ ຫວຽດ​ນາມ ທີ່​ດີ​ເດັ່ນ 10 ຄົນປີ 2015. ລາງວັນ​ຊາວ​ໜຸ່ມ ຫວຽດນາມ ທີ່​ດີ​ເດັ່ນ​ແມ່ນ​ລາງວັນອັນ​ສູງ​ສົ່ງ​ຂອງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ​ມອບ​ໃຫ້​ບັນດາຊາວ​ໜຸ່ມ​ເຍົາວະ​ຊົນ​ອະນຸຊົນ ຫວຽດນາມ ​ເປັນ​ປະຈຳ​ປີ​ ທີ່​ມີ​ຜົນງານ ​ແລະ ການອຸທິດ​ສ່ວນ​ດີ​ເດ່ັນ​ໃນ​ປີ 2015 ​ໃນ​ຫລາຍ​ຂົງ​ເຂດ. 20 ປີຜ່ານມາ, ລາງວັນ​ຊາວ​ໜຸ່ມ ຫວຽດນາມ ດີ​ເດັ່ນ​ໄດ້​ເຊີດ​ຊູ​​ແບບຢ່າງ​ໜຸ່ມ​ດີ​ເດັ່ນ 200 ຄົນ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top