• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຂ SEA Games 28

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ທີ່​ພິ​ທີ​ໄຂ Sea Games 28
          ພິທີ​ໄຂ​ SEA Games 28 ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ໃນ​ຕອນ​ຄຳ່​ວັນ​ທີ 5/6 ຢູ່​ສະໜາມກິລາ​ແຫ່ງ​ຊາດ​ສິງກະ​ໂປ, ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຕັມ​ໄປ​ດ້ວຍ​ວັດທະນະທຳ​ທີ່​ທັນ​ສະ​ໄໝ, ສະ​ຫຼັບ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງ​ປະຊາ​ຄົມ​ທີ່​ມີ​ຫຼາຍ​ສີສັນ, ຫຼາຍ​ຈຸດ​ວັດທະນະທຳ​ຢູ່​ປະ​ເທດ​ນີ້. ພາຍຫຼັງ​ລາຍການ​ສະ​ແດງ​ສິລະ​ປະ. 11 ຄະນະ​ ​ກິລາ ທີ່​ມາ​ຈາກ 11 ປະ​ເທດ​ໃນ​ພາກ​ພື້ນ ​ໄດ້​ຍ່າງ​ຜ່ານ​ເວທີ​ທ່າມກາງ 3 ບົດ​ເພງ​ທາງ​ການຂອງ SEA Games 28.
        ກ່າວ​ຄວາມ​ເຫັນ​ຊົມ​ເຊີຍ​ບັນດາ​ຄະນະ​ກິລາ​ເຂົ້າ​ຮ່ວມ SEA Games 28, ທ່ານ Lawrence wong, ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ປະຊາ​ຄົມ ​ແລະ ຊາວ​ໜຸ່ມ​ສິງກະ​ໂປ, ຫົວໜ້າ​ຄະນະ​ຈັດ​ຕັ້ງ SEA Games 28 ​ໄດ້​ເວົ້າ​ວ່າ:
“ຂ້າພະ​ເຈົ້າ​ຮູ້​ວ່າ, ບັນດາ​ນັກ​ກິລາ​ທີ່​ມີໜ້າ​ຢູ່​ທີ່​ນີ້​ໄດ້​ມີ​ການ​ເຝິກ​ແອບ​ຢ່າງ​ລຳບາກ, ດຸ​ໝັ່ນ. ຂ້າພະ​ເຈົ້າ​ຫວັງ​ວ່າ​ພວກ​ເພື່ອນ​ຈະ​ໄດ້​ຮັບ​ຜົນງານ​ດີ​ທີ່​ສຸດ , ປະກອບສ່ວນ​ເພື່ອ​ໃຫ້ SEA Games 28 ​ສຳ​ເລັດ​ຜົນ​ຢ່າງ​ແທ້​ຈິງ. ພວກ​ເຮົາ​ມີໜ້າ​ຢູ່​ທີ່​ນີ້ ​ເພື່ອ​ອວຍພອນ​ຄວາມ​ເປັນ​ຫຼາຍ​ຮູບ​ຫຼາຍ​ສີ​ຂອງ​ພື້ນຖານ​ວັດທະນະທຳ ​ແລະ ຄວາມ​ເກັ່ງ​ກ້າ​ສາມາດ.“
        ຕາງໜ້າ​ປະ​ເທດ​ເຂົ້າ​ພາບ, ປະທານາທິບໍດີ​ສິງກະ​ໂປ Tony Tan Keng Yam ຖະ​ແຫຼ​ງ​ເປີດ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 28 ຢ່າງ​ເປັນ​ທາງ​ການ.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top