• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາແຫຼ່ງສິນໃນນ້ຳເໝາະສົມ ແລະ ຍືນຍົງ


ວາ​ລະ​ປະ​ຊຸມ​ຂອ​ງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ
 
      ພ​າຍຫຼັງ​ເຮັດ​ວຽກ​ເປັນ​ເວ​ລາ 6 ວັນ, ຕອນ​ບ່າຍ​ວັນ​ທີ 21/3, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ​ວາ​ລະ​ປະ​ຊຸມ​​ຄັ້ງ​ທີ 8 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ອັດລົງ. ເມື່ອ​ສະ​ຫລຸບ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 8, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ິມ​ເງິນ ໄດ້​ສະ​ເໜີ​ໃຫ້​ອົງ​ການ​ຮຽບ​ຮ​ຽງ​​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ມີ​ກວດ​ກາຢັ້ງ​ຢືນ ແລະ ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຄົ້ນ​ຄ້​ວາ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ປັບ​ປຸງ​ບັນ​ດາ​ຮ່າງ​ກົດ​ໝາຍ ກ່ອນ​ທີ່​ຝາກ​​ເຖິງ​ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເພື່ອ​ຮັບ​ເອົາ​ຄ​ຳ​ເຫັນ.
ກ່ອນ​ໜ້ານັ້ນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຫຼາຍ​ທ່ານ​ໄດ້​ຖື​ວ່າ ສິນ​ໃນ​ນ້ຳ​ບໍ່​ແມ່ນ​​ແຫຼ່ງ​ຊັບ​ພະ​ຍາ​ກອນບໍ່​ໝົດ​ຈັກ​ເທື່ອ, ຕ້ອງ​ໄດ້​ຮັບ​ການຮັກ​ສາ ແລະ ມີ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ນັ້ນ​ແມ່​ນ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເມື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ (ສະ​ບັບ​ປັບ​ປຸງ). ບັນ​ດາ​ຄຳ​ເຫັນ​ປຶ​ກ​ສາ​ຫາ​ລື​ໄດ້​ເຫັນ​ດີ​ກັບ​ຮ່າງ​ກົດ​ໝາ​ຍກຳ​ນົດ​ບັນ​ດາ​ນະ​ໂຍ​ບາຍ​ລະ​ອຽດ​ກ່ຽວ​ກັບ​ການ​ລົງ​ທຶນ, ໜູນ​ຊ່ວຍ​ດ້ານ​ລາຍ​​ຈ່າຍ, ນະ​ໂຍ​ບາ​ຍ​ສົ່ງ​ເສີມ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ສິນ​ໃນ​ນ້ຳ​ພັດ​ທະ​ນາ. ພ້ອມ​ທັງ​ເລື່ອງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຕ້ອງ​ໄດ້​ຄຸ້ມ​ຄອງ​ເພື່ອ​ຮັກ​ສາ, ຟື້ນ​ຟູ​ແຫຼ່ງ​ສິນ​ໃນ​ນ້ຳ​ຢ່າງ​ເໝາະ​ສົມ ແລະ ຍືນ​ຍົງ.
        ຜ່ານ​ການ​ປຶກ​ສາ​ຫາ​ລື, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ຕີ​ລາ​ຄາ​ສູງ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ລ​ະ​ອຽດ​ຂອ​ງ​ຄະ​ນະ​ຮຽບ​ຮຽງ, ຮ່າງ​ກົດ​ໝາຍ​ໄດ້​ຫັນ​ບັນ​ດ​າ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ພັດ​ທະ​ນາ​ຂອງ​ພັກ ແລະ ລັດ ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ເປັນ​​ຂໍ​້​ກຳ​ນົດ​ກົດ​ລະ​ບຽບ. ຮ່າງ​ກົດ​ໝາຍ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ ແລະ ສະ​ພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ເຂົ້າ​ຮ່ວ​ມ​ການ​ເຄື່ອ​ນ​ໄຫວ​ສິນ​ໃນ​ນ້ຳ, ຍູ້​ແຮງ​ການ​ພັດ​ທະ​ນາ​ສິນ​ໃນ​ນ້ຳ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ຕ​າມ​ບັນ​ດາ​ມູນ​ຄ່າ, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕ​ະຫຼາດ​ພາຍ​ໃນ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top