• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດິອິດສະຣາແອນຢ້ຽມຢາມອ່າວຫ້າລອງ


(ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Reuven Ruvi Rivlin ຢ້ຽມ​ຢາມ​ອ່າວ​​ຫ້າ​ລອງ)
      ​​​​ຕອນ​ເຊົ້າ​ວັ​ນ​ທີ 22/03, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອິດ​ສະ​ຣາ​ແອນ Reuven Ruvi Rivlin ແລະ ພັນ​ລະ​ຍາ ໄດ້​ໄປ​ຮອດ​ແຂວງກວາງ​ນິງ ແລະ ຢ້ຽມ​ຢາມ​ອ່າວ​​ຫ້າ​ລອງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ໄດ້​ສະ​ແດງ​ຄວາມປິ​ຕິ​ຊົມ​ຊື່​ນເມື່ອ​ໄດ້​ມາ​ຢ້ຽມ​ຢາມ​ແຂວງກວາງ​ນິງ, ເຊິ່ງ​ແມ່ນ​ແຂວງ​ມີ​ອ່າວ​ຫ້າ​ລອງ ທີ່​ສວຍ​ງາມ. ທີ່​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອິດ​ສະ​ຣາ​ແອນ Reuven Ruvi Rivlin, ທ່ານ​ນາງ ວູ​ທິ​ຖຸ​ຖຸຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນິງ ໄດ້​ແຈ້ງ​ໃຫ້​ຄະ​ນະ​ຊາບ ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ແຂວງ. ຫຼັງ​ຈາກນັ້ນ​ຄະ​ນະ​ໄດ​້​ໄປ​ຢ້ຽມ​​ຊົມອ​່າວ​ຫ້າ​ລອງ.
        ຕອນ​ບ່​າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ ແລະ ພັນ​ລະ​ຍາ ໄດ້​ເດີນ​ທາງ​ໄປ​ນະ​ຄອນ​ໂຮ່​ຈິ​ມິນ, ສືບ​ຕໍ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຮອດ​ວັນ​ທີ 25/03.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top