• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

      ຕອນບ່າຍວັນທີ 24 ມິຖຸນາ, ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຖືວ່າ

ທ່ານ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ກຳປູເຈຍ
      ການຢ້ຽມຢາມຂັ້ນສູງຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ ຖືກດຳເນີນໃນໂອກາດ 2 ປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24/06/1967 – 24/06/2017), ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ 2 ປະເທດກ່ວາອີກ. ທ່ານປະທານປະເທດເຊື່ອໝັ້ນວ່າ: ພາຍໃຕ້ການຄອງລາດຊະວົງຂອງກະສັດແຫ່ງລາດຊະອານາຈັກ ກຳປູເຈຍ ພະບໍລົມມະນຽດ Norodom Sihamoni ແລະ ການຊິີ້ນຳນຳພາຂອງສະພາສູງ, ສະພາແຫ່ງຊາດ, ລັດຖະບານລາຊະອານາຈັກ ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ ເປັນແກ່ນສານ, ປະຊາຊົນ ກຳປູເຈຍ ອ້າຍນ້ອງຈະສືບຕໍ່ບັນລຸຜົນງານໃໝ່ທີ່ຍິງໃຫຍ່ກ່ວາອີກ ໃນພາລະກິດກໍ່ສ້າງລາຊະອານາຈັກ ກຳປູເຈຍ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາວັດທະນາຖາວອນຢ່າງສຳເລັດຜົນ.
        ສ່ວນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ໄດ້ແຈ້ງບັນດາຜົນງານຢ່າງມີໄຊຂອງພັກປະຊາຊົນ ກຳປູເຈຍ ໃນການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງໃນໄລຍະມໍ່ໆມານີ້ ແລະ ຢືນຢັນວ່າ ປະຊາຊົນ ກຳປູເຈຍ ຍາມໃດກໍ່ຈົດຈຳບຸນຄຸນຂອງທະຫານອາສາສະໝັກ ຫວຽດນາມ ປະຕິບັດພັນທະສາກົນປົດປ່ອຍປະຊາຊົນ ກຳປູເຈຍ ຫລຸດພົ້ນຈາກລະບອບດັບສູນເຊື້ອຊາດ Pol Pot. ທ່ານປະທານ Samdech Heng Samrin ອວຍພອນໃຫ້ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ 2 ປະເທດ ກຳປູເຈຍ - ຫວຽດນາມ ນັບມື້ນັບພັດທະນາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top