• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມວິສາຫະກິດແມ່ນກຳລັງໜູນຂອງວິວັດການຮ່ວມສຳພັນເສດຖະກິດອາຊຽນ

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ Bloomberg 2016 ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/12 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ​: ບັນດາ​ປະ​ເທດ​ພວມ​ມານະ​ພະຍາຍາມຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​​ພັດທະນາ​ດ້ວຍການ​ຮ່ວມ​ມື, ຮ່ວມ​ສຳພັນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​​ໃຫ້​ປະກົດ​ຜົນ​ເປັນ​ຈິງບົນ 3 ​ເສົ້າ​ຄ້ຳ​ຕົ້ນຕໍ​ແມ່ນ​ການ​ເມືອງ - ​ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ. ດ້ວຍ​ຕະຫລາດ​ທີ່ມີ​ພົນລະ​ເມືອງ​ກ່ວາ 600 ລ້ານ​ຄົນ ​ແລະ ​ແມ່ນ​ພາກ​ພື້ນ​ມີ​ປະຊາ​ຄົມ​ວິ​ສາ​ຫະກິດ​ພັດທະນາ​ຢ່າງຂະຫຍັນ​ຂັ່ນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ທ່ານ​ນາຍົກລັດຖະມົນຕີຖືວ່າ: ບົດບາດ​ໃຈກາງ​ຂອງ ອາ​ຊຽນ ຢູ່​ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດສາກົນ. ທ່ານ​ນາຍົກລັດຖະມົນຕີກໍ່ຍົກ​ອອກ​ສະພາວ​ະ​ໂລກ ​ແລະ ພາກ​ພື້ນ ອາ​ຊຽນ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດ​າສິ່ງ​ທ້າ​ທາຍ​ໃຫຍ່​ຫລວງ​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ:
        “ບັນດາ​ປະ​ເທດ ອາ​ຊຽນ ສາມັກຄີ​ຍູ້​ແຮງ​ການ​ເຊື່ອ​ມຕໍ່​ເສດຖະກິດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ ​ແລະ ຮ່ວມ​ສຳພັນ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະດວກ​​ໃຫ້ການ​ແລກປ່ຽນ​ການຄ້າ, ການ​ລົງທຶນ ​ແລະ ການ​ບໍລິການ​ຜ່ານ​ຊາຍ​ແດນ; ສ້າງ​ຕະຫລາດ ອາ​ຊຽນ ​ເປັນ​ເອກະ​ພາບ, ມີ​ປະສິດທິ​ຜົນ. ​ແຕ່​ລະສະ​ມາ​ຊິກ ອາ​ຊຽນ ຄວນ​ມີ​ການປ່ຽນ​ໃໝ່ມີ​ຫົວຄິດ​ປະດິດ​ສ້າງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ​ເຂົ້າ​ຮ່ວມ​ລະບົບສະໜອງ​​ທົ່ວ​ໂລກ​​ຢ່າງເລິກ​ເຊິ່ງກ່ວາ ​ແລະ ບືນ​ຕົວ​ຂຶ້ນ​​ໃຫ້​ບັນລຸບັນດາ​ມູນ​ຄ່າ​ເພີ່ມ​ສູງ​ກ່ວາ.
        ທ່ານ​ນາຍົກລັດຖະມົນຕີ​ເື່ອໝັ້ນວ່າ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແບ່ງຢ່າງປັນ​ເປີດ​ອົກ​ເປີດ​ໃຈ​ກ່ຽວ​ກັບ​ບັນດາ​ກຳນົດ​ທິດ, ກາລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ໃນ​ພາກ​ພື້ນ ອາ​ຊຽນ. ລັດຖະບານ ຫວຽດນາມ ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ຍິນດີ​ຕ້ອຍ​ຮັບ​ບັນດາ​ວິ​ສາ​ຫະກິດ ອາ​ຊຽນ ​ແລະ ສາກົນ​ທັງ​ໝົດ​ທີ່ໄດ້​ເລືອກ​ເຟັ້ນ ຫວຽດນາມ ​ແມ່ນສະຖານ​ທີ່​ເຂົ້າ​ມາ​ລົງທຶນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top