• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມອາໄສຢູ່ກຳປູເຈຍແລະອາເຊຣີຕ້ອນຮັບປີໃໝ່ປີລະກາ 2017

(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ແທກຢື້)
      ຕອນ​ຄ່ຳ​ວັນ​ທີ 19/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ໄດ້​ຈັດ​ງານ​ລ້ຽງ​ສົ່ງ​ທ້າຍ​ປີ​ເກົ່າ 2016 ຕ້ອນ​ຮັບ​ປີ​ໃໝ່ 2017. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ແທກຢື້ ​ໄດ້​ເ​ນັ້ນ​ໜັກ​ເຖິງ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ຖື​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເວົ້າ​ລວມ, ປະ​ຊາ​ຄົມ​ຊາວ​ຫຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ເວົ້າ​ສະ​ເພາະ ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ຊາ​ຄົມ​​ຊາວ​ຫວຽດ​ນາມ​ ໄດ້. ໃນ​ໄລ​ຍ​ະ​ຜ່ານ​ມາ, ບັນ​ດາ​ນະ​ໂຍ​ບາຍ​ສະ​ໜິດ​ຕິດ​ພັນ​ຂອງ​ພັກ, ລັດ​ຫວຽດ​ນາມ ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ເທື່ອ​ລະ​ກ້າວ ເພື່ອ​ພໍ່​ແມ່​ປະ​ຊາ​ຊົນ​ມີ​ໂອ​ກາດ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ ແລະ ອ່​ວາຍ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກ​ໍ, ບ້ານ​ເກີດ​ເມືອງນອນ​.
        ແລະ​ກໍໃນ​ຕອນ​ຄ່ຳ​ວັນ​ທີ 19/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອາ​ເຊ​ຣີ ໄດ້​ຈ​ັດ​ບຸນ​ເຕັດ​ປະ​ຊາ​ຄົມ​ປີ​ລະ​ກາ 2017. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອານ​ເຊ​ຣີ ຟ້າມ​ກ໋ວກ​ຈຸ ​ໄດ​້​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອານ​ເຊ​ຣີ ໃນ​ປີ​ຜ່ານ​ມາ, ປາດ​ຖະ​ໜາ​ວ່າ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ່​ຮັກ​ສາ​ນ້ຳ​ໃຈ​ສະ​ໜິດ​ຕິດ​ພັນ​, ​ມຸ່ງ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ມາ​ນະ​ພະ​ຍາ​ຍາມ​ເພີ່​ມ​ພ​ູມ​ຄູນ​ສ້າງ​​ນ້ຳ​ໃຈ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ ແລະ ອານ​ເຊ​ຣີ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top