• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພື້ນຖານເສດຖະກິດສະມາຊິກ APEC ສະໜັບສະໜູນບັນດາບຸລິມະສິດຂອງປີ APEC 2017 ຢູ່ຫວຽດນາມ


ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ເຢືອ​ງ​ຈິ໋​ຢຸງ
ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ
(ພາບ: TTXVN)
​​​​      ວັນ​ທີ 20/02 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ສຳ​ນັກ​ງານ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO), ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, WTO ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນ​ຢູ່​ເຊີ​ແນວ, ໄດ້​ຮ​ຽກ​ໂຮມປ​ະ​ຊຸມ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ເຢືອ​ງ​ຈິ໋​ຢຸງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ. ກອງ​ປະ​ຊຸມ​ໄດ້​ເຕົ້າ​ໂຮມ​ບັນ​ດາ​ຜູ້​ຕາງ​​ໜ້າ​ຂອງ​ຄະ​ນະທູ​ຕາ​ນຸ​ທູດ​ຂອງ​ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ເວ​ທີ​ປາ​ໄສ​ຮ່ວ​ມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ (APEC) ຢູ່ WTO, ເພື່ອ​ເຜີຍ​ແຜ່​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ປີ APEC ຫວຽດ​ນາມ 2017, ພ້ອມ​ທັງ​ປຶກ​ສາ​ຫາ​ລື​ບັນ​ດາ​ລາຍ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ ກ​ໍ​ຄື​ຢູ່​ເຊີ​ແນວ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ເຢືອງ​ຈິ໋​ຢຸງ ເນັ້ນ​ໜັກ​ວ່າ, ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​​ຕັ້ງກອງ​ປະ​ຊຸມ APEC 2017 ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິມ​ະ​ສິດ​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ, ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກຍ​ູ້​ວິ​ວັດ​ທະ​ນາ​ການ​ຫັນ​ການ​ຄ້າ ແລະ ການ​ລົງ​ທຶນ​ເປັນ​ເສ​ລີ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ປະ​ກອບ​ສ່ວນ​ນຳ​ພາກ​ພື້​ນ​ອາ​ຊ​ີ - ປາ​ຊີ​ຟິກ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ຄວາມ​ວັດ​ທະ​ນາ​ຖາ​ວອນ. ສັບ​ປະ​ດາ​ຂັ້ນ​ສູງ APEC ຄັ້ງ​ທີ 25 ຈະ​​ຖືກຈັດ​ຕັ້ງ​​ຂຶ້ນໃນ​ລະ​ຫວ່າງວັນ​ທີ 05 – 11/11 ຢູ່​ນະ​ຄອນ​ດ່ານັ້ງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top