• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27/2


ສະ​ເຫຼີມ​ສະຫຼອງວັນ​ແພດ​ໝໍ​ຫວຽດ​ນາມ
      ຕອນ​ເຊົ້າ​ວັນ​ທີ 25/2, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ພ້ອມ​ກັບ​ການ​ນຳ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ລົງ​ຢ້ຽມ​ຢາມ​ໂຮງ​ໝໍ​ຜ່າ​ຕັດ​ບາດ​ແຜນ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ໄດ້​ຕີ​ລາ​ຄາ​ສູງ​ລະ​ດັບ​ຄວາມ​ຮູ້, ຄວາມ​ສຸມ​ຈິດ​ສຸມ​ໃຈ​ຂອງ​ຄະ​ນະ​ແພດ​ໝໍ​ຂອງ​ໂຮງ​ໝໍ ຍາມ​ໃດ​ກໍ​ມີ​ຈັນ​ຍາ​ບັນ​ຮັບ​ໃຊ້​ປະ​ຊາ​ຊົນ. ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ກ່າວ​ວ່າ :
     “ ພວກ​ຂ້າ​ພະ​ເຈົ້າ​ເຄົາ​ລົບ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ຈັນ​ຍາ​ບັນ​ດາ​ຂອງ​ບັນ​ດາ​ແພດ​ໝໍ​ຜ່າ​ຕັດ​ບາດ​ແຜ. ອວຍ​ພອນ​ບັນ​ດາ​ທ່ານ​ໝໍ, ພາ​ລະ​ກອນ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ດີ​ຂອງ​ໂຮງ​ໝໍ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ”
     ແລະ​ ກໍ​ໃນຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ ວໍ້​ວັນ​ເຖືອງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ພະ​ນັກ​ງານ, ພາ​ລະ​ກອນ, ກຳ​ມະ​ກອນ ສະ​ຖາ​ບັນ ປາດ​ສະ​ເຕີ ນະ​ຄອນ​ໂຮ່​ຈິ​ມິນ ແລະ ຄອບ​ຄົວ​ສາດ​ສະ​ດາ​ຈານ, ປ.ອ, ທ່ານ​ໝໍ, ຄູ​ປະ​ຊາ​ຊົນ ຫງວຽນ​ດິງ​ໂຫ້ຍ, ອະ​ທິ​ການ​ບໍ​ດີ​ຄົນ​ທຳ​ອິດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ-ການ​ຢາ​ນະ​ຄອນ​ໂຮ່​ຈິ​ມິນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top