• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມການບໍລິຫານຢ່າງເຂັ້ມແຂງໃນການປະຕິວັດອຸດສາຫະກຳຄັ້ງທີ4

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ແກຼນ Petro Poroshenco
(ພາບ: TTXVN)
           ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລ​ກ​ (WEF) ຢູ່ Davos, ປະ​ເທດ​ສະ​ວິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຂອງກອງ​ປະ​ຊຸມ​ກ່ຽວ​ກັບ “ການບ​ໍ​ລິ​ຫານ​ຢ່າງ​ເຂັ້ມ​ແຂງ​ໃນ​ການ​​ປະ​ຕິ​ວັດ​ອຸ​ດສາ​ຫະ​ກຳ​ຄັ້ງ​ທີ 4”; ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ແກຼນ Petro Poroshenco; ຕ້ອນ​ຮັບ​ປະ​ທານ​ທະ​ນາ​ຄານ Standard Chartered ແລະ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Facebook; ຕ້ອນ​ຮັບ​ປະ​ທານ​ຜ້​ູ​ຮັບ​ຜິດ​ຊອບ​ການ​ຄ້າ​ໂທ​ລະ​ພາບ CNN.
      ທີ່ກອງ​ປ​ະ​ຊຸມ “ການ​ບໍ​ລິ​ຫານຢ່າງ​ເຂັ້ມ​ແຂງ​ໃນ​ການ​ປະ​ຕິ​ວັດອຸ​ດສາ​ຫະ​ກຳ​ຄັ້ງ​ທີ 4”, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ, ບັນ​ດາ​ລັດ​ຖະ​ບານ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ເພື່ອ​ສ້າງ​ສຳ​ເລັດ​ລະ​ບອບ​ລະ​ບຽ​ບ​ການ, ຂ້​ໍ​ກຳ​ນົດ ແລະ ນະ​ໂຍ​ບາຍ ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ທີ່​ໄດ້​ວາງ​ອອກ ຍ້ອນ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ ຄັ້ງ​ທີ 4. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ພ​ວ​ມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການເລີ່ມ​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ລົບ​ລ້າງ​ຮົ້ວ​ກີດ​ຂວາງ, ຍູ້​ແຮງ​ກາ​​ນນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ​່າວ​ສານ, ກໍ່ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ.
      ທີ່​ກາ​ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ແກຼນ Petro Poroshenco, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ສະ​ເໜ​ີ​ໃຫ້ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ສຶກ​ສາ, ບ​ຳ​ລຸງ​ສ້າງ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ​ໍ​ປາດ​ຖະ​ໜາ​ວ່າ ຢ​ູ​ແກຼນ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ທີ່​ດຳ​ລົງ​ຊີ​ວິດ, ທຳ​ມາ​ຫາ​ກິນ ແລະ ຮ​ໍ່​າ​ຮຽນ​ຢ່າງ​ຍາວ​ນານ​ຢູ່​ຢູ​ແກຼນ, ຕັ້ງ​ໜ້າປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Petro Poroshenco ເນັ້ນ​ໜັກ​ວ່າ, ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກ່​ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.
      ທີ່​ການ​ຕ້​ອນ​ຮັບ​​ທ່ານປະ​ທານ​ທະ​ນາ​ຄານ Standard Chartered, Jose Vinals, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ Standard Chartered ແບ່ງ​ປັນ​ບົດ​ຮຽນ ແລະ ໜູນ​ຊ່ວຍ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ຂອງ​ຫວຽດ​ນາມ ທີ່​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ຕະ​ຫຼາດ​ສາ​ກົນ.
ເມ​ື່ອ​ແລກ​ປ່ຽນ​ກັບ​ຜູ້​ອຳ​ນວຍ​ການບໍ​ລິ​ຫານຂອງ Facebook, Sheryl Sandberg, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ Facebook ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຢູ່​ຫວຽດ​ນາມ; ເຊີນ​ກຸ່ມ​ບໍ​ລິ​ສັດ Facebook ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ APEC ໃນ​ເດືອນ 11/2017.
      ທີ່​ການ​ຕ້ອນ​ຮັບ​ປະ​ທານ​ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ຄ້າ​​ໂທ​ລະ​ພາບ CNN ສາ​ກົນ, Raini R.Raad, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ ເນັ້ນ​ໜັກ​ວ່າ, ແນ່ນອນ​ວ່າ, ຫວຽດ​ນາມ ຈະ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ຍ້ອນ​ຫວຽດ​ນາມ​ມີ​ປະ​ຫວັດ​ສາດ ແລະ ພື້ນ​ຖານ​ວັດ​ທ​ະ​ນະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ພິ​ເສດ, ໃນ​ປີ 2017, CNN ກໍ​ຄື​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ສາ​ກົນ​ອື່ນ ໄດ້​ຮັບ​ເຊີນ​​ມາຫວຽດ​ນາມ ເພື່ອ​ໃຫ້​ຂ່າວ, ​ປະ​ຕິ​ບັດ​ບັນ​ດາສາ​ລະ​ຄະ​ດີ ກ່​ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ໃນ​ປີ​ດຳ​ເນີນກອງ​ປະ​ຊຸມ APEC ຫວຽດ​ນາມ 2017.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top