• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງແຂວງເງ້ອານຕ້ອງເປັນແຂວງພັດທະນາສົມຄວນໃນປີ 2025


ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ 
ຫວຽດນາມເຮັດ​ວຽກກັບ​ການ​ນຳ​ແຂວງ ​ເງ້ອານ

      ຕອນ​ບ່າຍ​ວັນ​ທີ 19/2, ຢູ່​ນະຄອນ​ວີ​ງ, ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ທ່ານ ​ເວື​ອງດີ່ງ​ເຮ້ ຮອງ​ນາ​ຍົກ​ລັດຖະມົນຕີ​ ຫວຽດນາມ ເປັນ​ປະທານ​ ການ​ເຮັດ​ວຽກກັບ​ການ​ນຳ​ແຂວງ ​ເງ້ອານ ກ່ຽວກັບ​ສະພາບ​ປະຕິບັດໜ້າທີ່​ເສດຖະກິດ, ສັງຄົມ. ທ່ານ ຫງວຽນຊວນ​ຟູ໋ກ ນາຍົກ​ລັດຖະມົນຕີ​ ຮຽກຮ້ອງ​​ແຂວງ ​ເງ້ອານ ​ຕ້ອງສືບຕໍ່ກໍ່ສ້າງ​ນະຄອນ ວີ​ງ​​ ​ເປັນນະຄອນທັນ​ສະ​ໄໝ ຄື ນະຄອນ ດ່າ​ນັງ. ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ສະໜັບສະໜູນ ຂໍ້​ສະ​ເໜີ ຂອງ​ແຂວງ​ເງ້ອານ ກ່ຽວກັບ​ກໍ່ສ້າງທົດ​ລອງຕາ​ແສງ ​ກີ​ມລຽນ ​ເປັນຕາ​ແສງຊົນນະບົດ​ໃໝ່ທີ່​ເປັນ​ແບບຢ່າງ ຂອງ​ສູນ​ກາງ. ທ່ານ ຫງວຽນຊວນ​ຟູ໋ກ ຊີ້​ແຈ້ງວ່າ:
        “ວິ​ໄສ​ທັດ 2025 ຂອງ ​ເງ້ອານ​ ຕ້ອງກາຍ​ເປັນ​ແຂວງ​ພັດທະນາສົມຄວນ​ຢູ່​ທິດ​ເໜືອພາກກາງ, ພ້ອມ​ກັບ ຮ່າ​ຕີງ ​ແລະ ​ແທນ​ຮ໋ວາ ສ້າງ ​ເຂດ​ເຕີບ​​ໂຕ​ໃໝ່ ພົ້ນ​ເດັ່ນກ່ຽວກັບອຸດສາຫະກຳ​ຂອງ​ທົ່ວ​ປະ​ເທດ. ພັດທະນາ​ອຸດສາຫະກິດ​​ໃນຂົງ​ເຂດ​ຈຳນວນ​ເໜື່ງ​ທີ່​ເປັນທ່າ​​ແຮງຂອງ​ທ້ອງ​ຖີ່ນ, ຮັບປະກັນສິ່ງ​ແວດ​ລ້ອມ, ຍົກ​ສູງ​ຊີວິດ​ການ​​ເປັນຢູ່, ລະດັບ​ຄອງ​ຊີບ​ຂອງ​ປະ​ຊາ​ຊົນ​ກວ່າ​ອີກ ນັບ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ດ້ວຍ​ລະດັບ​ສະ​ເລ່ຍລວມ ຂອງ​ທົ່ວ​ປະ​ເທດ; ​ແມ່ນ​ເຂດ​ເລີ່​ມທຸລະ​ກິດ, ດຶ່ງດູດຜູ້ມີຄວາມເກັ່ງກ້າສາມາດ.​”
        ກ່ອນ​ນັ້ນ, ຕອນ​ບ່າຍ​ວັນ​ທີ 19/2, ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ​ໄດ້ມອບ​​ໃບ​ຮັບ​ຮອງ ຂອງ ນາຍົກລັດຖະມົນຕີ, ຮັບຮອງນະຄອນ​ວີ​ງ ​ແຂວງ ​ເງ້ອານ ສຳ​ເລັດໜ້າທີ່​ກໍ່ສ້າງ​ຊົນນະບົດ​ໃໝ່ ປີ 2016.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top