• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງຊອກຈັງ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ເຮັດ​ວຽກ​ກັບ ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ຊອກ​ຈັງ
      ຕອນ​ເຊົ້າ​ວັນ​ທີ 23/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ພ້ອມ​ດ້ວຍ​ຄະ​ນະ​ປະ​ຕິ​ບັດງານລັດ​ຖະ​ບານໄດ້​ລົງ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ຊອກ​ຈັງ. ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ຕີ​ລາ​ຄາ​ວ່າ ຊອກ​ຈັງ​ແມ່ນ​ໜຶ່ງ​ໃນ 3 ແຂວງ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ທີ່​ສຸດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ເມື່ອ​ເຈາະ​ຈີ້ມ​ກ່ຽວ​ກັບ​ມາດ​ຕະ​ການ​ພັດ​ທະ​ນາ​ແຂວງ​ຊອກ​ຈັງ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ ຊີ້​ແຈ້ງວ່າ :( ເທບ) : “ ພວກ​ເຮົາ​ຕ້ອງ​ແກ້​ໄຂ​ບັນ​ຫາ​ສັງ​ລວມ​ຂອງ ເຂດ​ທົງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ຕ້ອງ​ສະຫຼຸບ​ກ່ຽວ​ກັບບັນ​ດາ​ແຜນ​ນະ​ໂຍ​ບາຍຂອງ​ພັກ ແລະ ລັດ​ຖະ​ບານ ເພື່ອ​ມີ​ການ​ຄິດ​ໄລ່​ຢ່າງ​ຮອບ​ດ້ານ. ໃນ​ຂະ​ນະ​ນັ້ນ ກໍຕ້ອງ​ແກ້​ໄຂ​ບັນ​ຫາ​ເອ​ກະ​ເທດ​ເພື່ອ​ຊອກ​ຫາ​ທ່າ​ໄດ້​ປຽບ​ສົມ​ທຽບ​ໃນ​ຂະ​ນະ​ທີ່​ແຫຼ່ງ​ກຳ​ລັງ​ຖືກ​ຈຳ​ກັດຫຼາຍ​ເກີນ​ໄປ. ຕ້ອງ​ເສີມ​ຂະ​ຫ​ຍາຍ​ຄວາມ​ຂະ​ຫ​ຍັນ​ຂັນ​ເຄື່ອນ​, ຫົວ​ຄິດ​ປະ​ດິດ​ສ້າງ, ເງື່ອນ​ໄຂ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ​ໃນ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ດັດ​ຊະ​ນີ​ພັດ​ທະ​ນາ​ຕ່ຳ ”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top