• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢ້ຽມຢາມລາຊະອານາຈັກກຳປູເຈຍ ແລະ ສປປ ລາວ ຢ່າງເປັນທາງການ


ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ
(ພາບ​ປະ​ກອບ)
      ໂດຍ​ຮັບ​ຄຳ​ເຊີນ ຂອງ ທ່ານ Hun Sen  ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແລະ ທ່ານ ທອງ​ລູນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ສາ​ທາ​ລະ​ນະ​ລັດປະ​ຊາ​ທິປະ​ໄຕ​ປະ​ຊາ​ຊົນ​ ລາວ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ກັບ ພັນ​ລະ​ຍາ ຢ້ຽມ​ຢາມລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແຕ່​ວັນ​ທີ 24 – 25/4 ແລະ ສາ​ທາ​ລະ​ນະ​ລັດ​ປະ​ຊ​າ​​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ແຕ່​ວັ​ນ​ທີ 26 – 27/4. ນີ້​ແມ່ນ​ການ​ຢ້ຽ​ມ​ຢາມກຳ​ປູ​ເຈຍ ແລະ ລາວ ເປັນ​ທາງ​ການ​ຄັ້ງ​ທຳ​ອິດຂອງ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟູ໋ກ ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ແມ່ນ ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສຳ​ຄັນ ເພື່ອ ຂ່ຳ​ນັບ​ຮັບ​ຕ້ອນ ປີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ 2017 ແລະ ປີ​ແຫ່ງ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2017.
        ຄາດ​ຄະ​ເນ​ວ່າ​, ໃນ​ສອງວັນຢ້ຽ​ມ​ຢາມ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ງວຽນ​ຊວນ​ຟູ໋ກ ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ Samdech Techo Hun Sen ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ; ພົບ​ປະ​ກັບ ພະ​ບາດ​ສົມ​ເສດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ Noradom Sihamoni ແຫ່ງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ; ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ  SamdechSay Chhum ປະ ທານ ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແລະ ມີ​ການ​ເຄື່ອນ​ໄຫວ​ອື່ນ​ອິກ​ຈຳ​ນວນ​ໜື່ງ.
        ຫຼັງ​ພາກ​ຂ່າວ, ເຊີນ​ທ່ານ​ຮັບ​ຟັງ​ບົດ “ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບ​ກັບ​ບັນ​ດາ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເປັນ​ມູນ​ເຊື້ອ”
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top