• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບປະທານສະພາແຫ່ງຊາດ ສ.ເກົາຫລີ ChungSye-kyun


ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ​ທ່ານ Chung Sye Kyun ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ
ພາບ:TTXV
 
 
      ຕອນ​ບ່າຍ​ວັນ​ທີ 25/4 ຢູ່ ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Chung Sye Kyun ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ: ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫ​ນາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ​ເກົາ​ຫລີ ກວ່າ​ອີກ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ສ​ະ​ເຫ​ນີ ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື, ນຳ​ການ​ພົວ​ພັນ​ລ​ະ​ຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ປ​ະ​ທານ​ປະ​ເທດ ເນັ້ນ​ຫ​ນັກ​ວ່າ: ຫວຽດ​ນາມ ພ້ອມ​ແລ້ວ​ພ້ອມ​ກັບ​ຝ່າຍ ສ​ເກົາ​ຫລີ ຜັນ​ຂະ​ຫ​ຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ວົງ​ເງິນ​ການ​ຄ້າ​ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ສູ້​ຊົນ​ວາງ​ຄາດ​ໝາຍ​ບັນ​ລຸ​ວົງ​ເງິນ​ການ​ຄ້າ​ໃຫ້​ໄດ້ 70 ຕື້​ USD, ສືບ​ຕໍ່​ສົງ​ເສີມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສ​ເກົາ​ຫລີ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ. 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top