• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດວາງພວງມາລາຢູ່ອະນຸສາວະລີໂຮ່ຈີມິນປະເທດກູບາ

ທ່ານ​ນາງ​ ຫງວຽນທິກີ​ມ​ເງິນ ວາງ​ພວງມາລາ​ຢູ່​ອະນຸສາວະລີ​ປະທານ ​ໂຮ່ຈີມ​ນິນ 
ຢູ່​ສວນສາທາລະນະ​ສັນຕິພາບ, ​ໃຈກາງ​ນະ​ຄອນຫລວງ La Habana ປະ​ເທດ ກູ​ບາ
        ຕອນ​ເຊົ້າ​ວັນ​ທີ 29/11 ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນທິກີ​ມ​ເງິນ ​ໄດ້​​ໄປວາງ​ພວງມາລາ​ຢູ່​ອະນຸສາວະລີ​ປະທານ ​ໂຮ່ຈີມ​ນິນ ຢູ່​ສວນສາທາລະນະ​ສັນຕິພາບ, ​ໃຈກາງ​ນະ​ຄອນຫລວງ La Habana ປະ​ເທດ ກູ​ບາ. ອະນຸສາ​ວະລີ ​ປະທານໂຮ່ຈີ​ມິນ ​ແມ່ນ​ສັນຍາ​ລັກອັນ​ສູງ​ສົ່ງ​ຂອງ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ ​ເປັນ​ແບບຢ່າງ​ໃນ​ຕະຫລອດ​ໄລ​ຍະ​ປະຫວັດສາດ​ຂອງ 2 ຊາດ​ ຫວຽດນາມ ​ແລະ ກູ​ບາ. ​ເມື່ອ​ໂອ້​ລົມ​ກັບ​ຊາວ ກູ​ບາ ​ແລະ ບັນດາ​ສະມາຊິກ​ຂອງ​ສະມາຄົມ​ມິດຕະພາບ ກູ​ບາ - ຫວຽດນາມ, ອະດີ​ດນັກ​ຂ່າວ​ສະໜາມຮົບ​ທ່ານ​ນາງ Marta Rojas, ຜູ້​ມີ​ໂອກາ​ດ​ໄດ​້ພົບ​ປະ​ກັບ​ປະທານ ​ໂຮ່ຈີ​ມິນ ​ແລະ ສະຖາປະ​ນິກ Joel Diaz ​ເຊິ່ງ​ແມ່ນຜູ້​ອອກ​ແບບ ​ແລະ ຊີ້​ນຳ​ດ້ານ​ເຕັກນິກ​ໃນ​ການ​ກໍ່ສ້າງ​ເຂດ​ອະນຸສາວະລີ​ພິ​ເສດ​ນີ້, ຮອງ​ປະທານ​ສະມາຄົມ​ມິດຕະພາບ ກູ​ບາ - ຫວຽດນາມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ​ເນັ້ນ​ໜັກ​ວ່າ: ຊາວ ຫວຽດນາມ ຍາມ​​ໃດ​ກໍ່​ເຊື່ອ​ໝັ້ນ ​ແລະ ສະຫງວນ​ນ້ຳ​ໃຈ​ຮັກ​ແພງ​ໃຫ້ ກູ​ບາ. ​ເຖິງ​ວ່າ​ໂລກ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ​ກໍ່ຕາມ ​ແຕ່​ຮູບ​ພາບ​ກ່ຽວ​ກັບປະ​ເທດ ກູ​ບາ ​ແລະ ​ຜູ້ນຳ Fidel Castro ຍັງ​ຄົງ​ຝັງ​ເລິກ​ໃນດວງ​ໃຈ​ຂອງ​ຊາວ ຫວຽດ​ນາມ ຕະຫລອດ​ໄປ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top