• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເຈີ່ນແທງເໝີນ ໄດ້ແຕ່ງຕັັ້ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8

      ກອງປະຊຸມໄດ້ແຕ່ງຕັ້ງໃຫ້ທ່ານ ເຈີ່ນແທງເໝີນ, ກຳມະການສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ດຳລົງຕ່ຳແໜ່ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8, ອາຍຸການ 2014 -2019

ທ່ານ ເຈີ່ນແທງເໝີນ ທີ່ພິທີແຕ່ງຕັ້ງ
      ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 7 (ຊຸດທີ 8) ເພື່ອປະຕິບັດການທາບທາມຄວາມເຫັນແຕ່ງຕັ້ງປະທານ, ເພີ່ມເຕີມບຸກຄະລາກອນຄະນະປະຈຳການ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ( ຊຸດທີ 8) ຕາມລະບຽບການ. ກອງປະຊຸມຕົກລົງໃຫ້ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຢຸດຕິການຮັກສາຕຳແໜ່ງເປັນປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບໍ່ສືບຕໍ່ເຂົ້າຮ່ວມເປັນກຳມະການຄະນະປະທານ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8. ກອງປະຊຸມໄດ້ແຕ່ງຕັ້ງໃຫ້ທ່ານ ເຈີ່ນແທງເໝີນ, ກຳມະການສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ດຳລົງຕ່ຳແໜ່ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8, ອາຍຸການ 2014 -2019. ກ່າວຄຳເຫັນເມື່ອຮັບໜ້າທີ່ໃໝ່, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ຢັ້ງຢືນວ່າ:
        “ແນວໂຮມປະເທດຊາດຕ້ອງ, ຮ່ວມເດີນທາງພ້ອມກັບປະຊາຊົນ, ລະດົມຂໍ້ລິເລີ່ມ, ເຕົ້າໂຮມພຸມປັນຍາຂອງບັນດານັກຮຽນຮູ້, ປັນຍາຊົນ, ນັກທຸລະກິດ, ຜູ້ມີຍົດສັກຕຳແໜ່ງສາສະໜາ… ສ້າງຄວາມເຫັນດີເຫັນພ້ອມ, ກຳລັງສັງລວມເພື່ອຄາດໝາຍພັດທະນາແບບຍືນຍົງຂອງປະເທດຊາດ, ສົມກັບທີ່ຕັ້ງແມ່ນອົງການການເມືອງຂອງອຳນາດການປົກຄອງປະຊາຊົນ, ຕາງໜ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ.”
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top