• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊົດເຊີຍຄວາມເສຍຫາຍດ້ານຈິດໃຈໃຫ້ຍາດຕິພີ່ນ້ອງຜູ້ຖືກໂທດຢ່າງໄຮ້ເຫດຜົນ

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ
      ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 9, ຕອນ​ເຊົ້າ​ວັນ​ທີ 21/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຊົດ​ເຊີຍ​ຂອງ​ລັດ (ສະບັບ​ປັບປຸງ). ​ໃນ​ນັ້ນ​ບັນຫາ​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ ນັ້ນ​ແມ່ນ​ຊົດ​ເຊີຍ​ຫຼື​ບໍ່​ຊົດ​ເຊີຍ ຄວາມ​ເສຍ​ຫາຍ​ດ້ານ​ຈິດ​ໃຈ​ໃຫ້​ຍາດຕິ​ພີ່ນ້ອງ​ຜູ້​ຖືກ​​ໂທດ​ຢ່າງ​​ໄຮ້​ເຫດຜົນ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ອາຍາ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ, ຖື​ວ່າ:
        “​ເມື່ອ​ເວົ້າ​ເຖິງ ຄວາມ​ເສຍ​ຫາຍ​ດ້ານ​ຈິດ​ໃຈ​, ບໍ່​ພຽງ​ແຕ່​ຜູ້​ຖືກ​​ໂທດ​ຢ່າງ​​ໄຮ້​ເຫດຜົນ​ເທົ່າ​ນັ້ນ, ຫາກຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ກໍ່​ຖືກ​ເສຍ​ຫາຍດ້ານ​ຈິດ​ໃຈອີກ​ດ້ວຍ. ​ສ່ວນລະດັບ​ການ​ຊົດ​ເຊີຍ​ແມ່ນ​ຄື​ແນວ​ໃດ, ນີ້​ແມ່ນ​ນະ​ໂຍບາຍ​ຂອງ​ລັດ. ຖ້າ​ເຫັນ​ວ່າ, ​ເຂົາ​ເຈົ້າ​ຕ້ອງການ​ໄດ້​ຮັບ​ການ​ຂໍ​ໂທດ​ຈາກ​ລັດ ​ແລະ ຕ້ອງ​ການໄດ້​ຮັບ​ການ​ຊົດ​ເຊີຍ​ບ້ວງ​ເງິນ​ໃດ​ໜຶ່ງ​ຢ່າງ​ແນ່ນອນ ​ເພື່ອ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ດ້ານ​ຈິດ​ໃຈໃຫ້​​ແກ່ເຂົາ​ເຈົ້ານັ້ນ. ຂ້າພະ​ເຈົ້າ​ຄິດ​ວ່າ​ຄວນ​ເຮັດ“.
        ຕອນ​ບ່າຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ຮັບ​ເອົາ, ປັບປຸງ (​ເທື່ອ​ທີ​ສອງ) ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ປະມວນ​ກົດໝາຍ​ອາຍາ​ເລກ 100/2015/ສຊ13.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top