• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງເຫດການ “ເພື່ອຮ່າໂນ້ຍສີຂຽວ’’


ເຫດການ “​ເພື່ອ​ຮ່າ​ໂນ້ຍສີຂຽວ’’ ​ແລະ ວັນ​ບຸນ ວັດທະນະທຳ Ireland 2017
(ພາບ: TTXVN)
 
      ຕອນ​ຄຳ່​ວັນ​ທີ 18/3, ​ໃນ​ສວນ​ດອກ​ໄມ້ ຫຼີທ໋າຍ​ໂຕ, ຮ່າ​ໂນ້ຍ, ສະຖານທູດ ​Ireland ປະຈຳ ຫວຽດນາມ ຈັດ​ຕັ້ງ​ເຫດການ “​ເພື່ອ​ຮ່າ​ໂນ້ຍສີຂຽວ“ ​ແລະ ວັນ​ບຸນ ວັດທະນະທຳ Ireland 2017, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນຊາດ Ireland 17/3, ກໍ່​ຄື​ວັນ Patrick ຂອງ​ປະ​ເທດ​ນີ້. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ນາງ Cait Moran ​ເອກ​ອັກຄະ​ລັດຖະທູດ Ireland ປະຈຳ ຫວຽດນາມ, ​ໃຫ້​ຮູ້​ວ່າ, ປີ 2017 ​ແມ່ນ​ປີ​ທີ 8 ຂອງ​ຂໍ້​ລິ​ເລີ່​ມ  “​ເພື່ອ​ໂລກ​ສີຂຽວ“, ນະຄອນ ຮ່າ​ໂນ້ຍ ກາຍ​ເປັນ​ນະຄອນ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຂົ້າ​ຮ່ວມ​ເຫດການ​ນີ້ ​ແລະ ສວນ​ດອກ​ໄມ້ ຫຼີທ໋າຍ​ໂຕ ກາຍ​ເປັນ​ສະຖານ​ທີ່ 100 ຢູ່​ໃນ​ໂລກ ​ເຕັມ​ໄປ​ດ້ວຍສີຂຽວ​ໃນ​ວັນ Patrick. ທ່ານ​ນາງ​ຫວັງ​ວ່າ​ເຫດການ​ນີ້​ຈະ​ສົ່ງ​ເສີມ​ຊາວ ຫວຽດນາມ​ມາ​ຢ້ຽມຢາມ Ireland ​ເພື່ອ​ຄົ້ນ​ຫາ​ສິ່ງ​ມະຫັດສະຈັນ ກໍ່​ຄື​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້.
(ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top