• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານໂຮມຊຸມນຸມ ສະເຫຼີມສະຫຼອງ ໄຊຊະນະວັນທີ 30/4 ຢູ່ ລາວ

ພາບ​ປະ​ກອ​ບ
          ຕອ​ນ​ເຊົ້າ​ວັນ​ທີ 30/4, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ສະ​ເຫຼີ​ມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015) ຢ່າງ​ສົມ​ກຽດ. ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມ​ນຸມ, ມີ​ທ່ານພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ແມ້ງ​ຮ​ູ່ງ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ຜູ້​ຕາງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັນ​ຈຳ​ນວນຫຼ​ວງ​ຫຼາຍ. ໃນ​ບົດ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ​ທ່ານພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ, ການ​ເມືອງ ແລະ ສັງ​ຄົມ​ສຳ​ຄັນ ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ປະ​ຕິ​ວັດ ລາວ, ກຳ​ປູ​ເຈຍ ກໍ່​ຄື​ບັນ​ດາ​ປະ​ເທດ​ກ້າວ​ໜ້າ​ໃນ​ໂລກ​ອີກ​ດ້ວຍ.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top