• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ນັກ​ສຶກ​ສາ​ເຂົ້າ​ຮ່ວມຮ້ານ​ວາງ​ສະ​ແດງ​​ຜະ​ລິດ​ຕະ​ພັນຂອງ ຫວຽດ​ນາມ ແລະ ຍີ່​ປຸ່ນ
(ພາບ: Minh Long/VOV)
      “ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ ຈະ​ແນະ​ນຳ​ເປົ້າ​ໝາຍ​ກ່​ວາ 500 ຄົນ​ໄປ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ໃນ​ປີນີ້”. ນີ້ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ ຫວູ​ງອກ​ຮ​ວຽນ, ຜູ້​ອຳ​ນວຍ​ການ​ສູນ​ສະ​ໜອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ ທີ່​ງານ​​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ຍີ່​ປຸ່ນ ໂດຍ​ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ​ຈັດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 23/4, ຢູ່​ຮ່າ​ໂນ້ຍ. ງານ​ພົບ​ປະນີ້​ໄດ້​ດຶງ​ດູດ​ນັກ​ສຶກ​ສາ​ເກືອບ 30.000 ຄົ​ນ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຫຼາຍ​ແຫ່ງທາງ​ພາກ​ເໜືອ.
        ທ່ານ ຫວູ​ງອກ​ຮ​ວຽນ, ຜູ້​ອຳ​ນວຍ​ການ​ສູນ​ສະ​ໜອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ກະ​ສິ​ກຳ​ສິ​ກຳ​ຄຸນ​ນະ​ພາບ​ສູງ ໃຫ້​ຮູ້​ວ່າ:
        “ປີ 2016, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ນັກ​ສຶກ​ສາ​ເກືອບ 300 ຄົນ​ໄປ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ຍີ່​ປຸ່ນ. ໃນ​ປີ​ນີ້, ສ​ູ້​ຊົນ​ສົ່ງ​ນັກ​ສຶກ​ສາ, ​ປະ​ລິ​ຍາ​ຕີ, ນັກ​ວິ​ສ​າວະ​ກອນກ່​ວາ 500 ຄົນ, ​ຊຶ່ງ​ແມ່ນບັນ​ດາ​ຜູ້ມ​ີ​ຄວາມ​ຕ້ອງ​ການ​ໄປ​ຮ່ຳ​ຮຽນ​ຢູ່ ຍີ່​ປຸ່ນ ກໍ່​ຄື​ໄປ​ຝຶກ​ຝົນ​ດ້ານວິ​ຊາ​ຊີບ​ໄລ​ຍະ​ສັ້ນ ກໍ່​ຄື​ໄລ​ຍະ​ຍາວ​ຢູ່ ຍີ່​ປຸ່ນ. ໃນ​ປີ 2018, ຈະ​ເປີ​ດ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ຢູ່ ຍີ່​ປຸ່ນ ນັ້ນ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຂອງ​ບັນ​ດາ​ນັກ​ສຶກ​ສາ, ປະ​ລິ​ຍາ​ຕີ, ນັກ​ວິ​ສາວະ​ກອນ ມີ​ເງື່ອນ​ໄຂ​ໄປ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ຜ່ານນັ້ນ ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ເພື່ອນ​ນັກ​ສຶກ​ສາ​ຮ່ຳ​ຮຽນ, ຝຶກ​ອົບ​ຮົມ ຮັບ​ເອົາ​ວັ​ດ​ທະ​ນະ​ທ​ຳ ກໍ່​ຄື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ. ”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top