• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ຢ້ຽມຢາມ ຈີນ

​​​ 

      ​​​​ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຈີນ, ຕອນ​ບ່າຍ​ວັນ​ທີ 23/4, ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ທ່ານ​ເລ​ມີງ​ຈີ໋, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ໄດ້​ເຈ​ລະ​ຈາ​ກັບ​ທ່ານ ຈ໋າວ​ຈຽນ​ໝີນ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຈີນ. ກ່ຽວ​ກັບ​ການ​ຜັ​ນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ 2 ປະ​ເທດ, ທ່ານ​ເລ​ມີງ​ຈີ໋ ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ສົ່ງ​ຄະ​ນະ​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ​ເຊິ່ງ​ກັນ ແລະ ກັນ​ເປັນ​ປະ​ຈຳ. ນອກ​ຈາກ, ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂັ້ນ​ສູນ​ກາງ​ແລ້ວ, ບັນ​ດາ​ທ້ອງ​ຖິ່ນ 2 ປະ​ເທດກໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ອຽດ. ສ່ວນ​ທ່ານ ຈ໋າວ​ຈຽນ​ໝີນ, ຢັ້ງ​ຢືນ​ການ​ພົວ​ພັນ ຈີນ - ຫວຽດ​ນາມ ພວມ​ຢູ່​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ. ການ​ພົວ​ພັນ​ລະ​ຫວ່າງ​ສອງອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ຍັງ​ຄົງ​ຮ​ັກ​ສາ​ໄດ້​ນ້ຳ​ໃຈ​ມິດ​ຕະ​ພາບ​​ຢ່າງ​ເລິກ​ເຊິ່ງ ແລະ ການ​ພົວ​ພັນ​ອັນ​ສະ​ໜິດ​ສະ​ໜົມ​ນຳ​ກັນ.
        ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດຫວຽດ​ນາມ ແລະ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຈີນ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top