• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າບັນດາການເຄື່ອນໄຫວຂອງ LIMA 2017


ຜູ້​ແທນ​ເຂົ້າ​ຮ່ວມງານ​ວາງ​ສະ​ແດງ​ການ​ເດີນ​ເຮືອ ແລະ ການ​ບິນ​ສາ​ກົນ​ Langkawi
 
​​​​ ​​         ວັນ​ທີ 22/3, ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ​ການ​ເດີນ​ເຮືອ ແລະ ການ​ບິນ​ສາ​ກົນ​ Langkawi 2017 (LIMA 2017) ໄດ້​ຈັດ​ຕັ້ງ​ຢູ່ ມາ​ເລ​ເຊຍ, ພົນຕີ ຟານ​ວັນ​ຢາງ, ​ຫົວ​ໜ້າ​ກົມ​ໃຫຍ່ເສ​ນາ​ທິ​ການ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ນ​ຳ​ໜ້າ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເສ​ນາ​ທິ​ການກອງ​ທັບ​ອາ​ກາດ ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ເສ​ນາ​ທິ​ການ​ທະ​ຫານ​ເຮືອ​ປະ​ເທດ​ຕ່າງໆ. ທີ່ກອງ​ປະ​ຊຸມ​ເສ​ນາ​ທິ​ການ​ກອງ​ທັບ​ອາ​ກາດ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລ​ື​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຍຸດ​ທະ​ສາດ​ຢູ່ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ມາດ​ຕະ​ການ​ພື້ນ​ຖານ​ເພື່ອ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້​ນ​ຄົງ​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ. ໃນ​ຂະ​ນະ​ນັ້ນ, ທີ່ກອງ​ປະ​ຊຸມໂຕະ​ມົນ​ເສ​ນາ​ທິ​ການ​ທະ​ຫານ​ເຮືອ, ກໍ່​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ແລກ​ປ່ຽນ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ຕ້ານກໍ່​ການ​ຮ້າຍ, ໂຈນ​ສະ​ລັດ… ບັນ​ດາ​ຜູ້​ແທນ​ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ໃຫຍ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ຕ້ອງ​ມີ​ການ​ຮ່ວມ​ມື ແລະ ​ການສົມ​ທົບ​​ກັນລະ​ຫວ່າງຝ່າຍ​ຕ່າງໆ.
        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ພົນ​ຕີ ຟານ​ວັນ​ຢາງ ໄດ້​ພົບ​ປະ​ກັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ປະ​ເທດ​ເຈົ້າ​ພາບ Mohd Johari bin Baharom.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top