• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ຊັບສິນຂອງລັດ(ສະບັບປັບປຸງ)

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງກວກ​ຫຽນກ່າວ​ຄຳ​ເຫັນ
ທີ່ກອງ​ປະ​ຊຸມ
       ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ, ຕອນ​ເຊົ້າ​ວັນ​ທີ 20/4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ, ດັດ​ປັບ ຄັ້ງ​ທີ​ສອງ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ (ສະ​ບັບ​ປັບ​ປຸງ). ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ສຸມ​ໃສ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຄຳ​ນິ​ຍາມ​ຊັບ​ສິນ​ຂອງ​ລັດ, ​ຈຳ​ແນກປະ​ເພດ​ຊັບ​ສິນ​ຂອງ​ລັດ, ຫ​ນ້າ​ທີ່, ສິດ​ອຳ​ນາດ ຂອງ​ບັນ​ດາ​ອົງ​ການ​ລັດ​ຕໍ່​ຊັບ​ສິນ​ຂອງ​ລັດ ແລະ ລະ​ບອບ​ນະ​ໂຍ​ບາຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ​ຢູ່​ອົງ​ການ, ຫົວ​ຫ​ນ່ວຍ.  ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງກວກ​ຫຽນ ເນັ້ນ​ຫ​ນັກ​ວ່າ: ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສະ​ເຫ​ນີ​ລັດ​ຖະ​ບານ ສຳ​ຫລວດກວດ​ຄືນ​ບັນ​ດາ​ໂຄງ​ການບໍ່​ໄດ້​ຮັບ​ທຶນ​ຢ່າງ​ພຽງ​ພໍ, ບັນ​ດາ​ໂຄງ​ການ​ຂາດ​ທຶນ​ສົມ​ທົບ, ໂຄງ​ການບໍ່​ທັນ​ຮູ້​ແຈ້ງ​ຕົ້ນ​ກຳ​ເນີດ​ແຫລ່ງ​ທຶນ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top