• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບ

      ວັນທີ 14 ສິງຫາ, ໃນກອງປະຊຸມຄັ້ງທີ 13 , ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງ ແລະ ພັດທະນາປ່າ ( ສະບັບປັບປຸງ ) ແລະ ກົດໝາຍວ່າດ້ວຍສິນໃນນ້ຳ ( ສະບັບປັບປຸງ ). 
 
ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບ (ພາບ: TTXVN)
      ໃນການປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ພັດທະນາປ່າ ສະບັບປັບປຸງ, ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ສະເໜີວ່າຄວນຕັ້ງຊື່ກົດໝາຍ ເປັນກົດໝາຍປ່າໄມ້, ຜ່ານນັ້ນຢັ້ງຢືນວ່າ ປ່າໄມ້ແມ່ນຂະແໜງເສດຖະກິດ-ເຕັກນິກ. ບັນດາເນື້ອໃນທີ່ສະມາຊິກສະພາແຫ່ງໄດ້ປຶກສາຫາລື ລວມມີການຈັດແບ່ງປະເພດປ່າ; ການເປັນເຈົ້າຂອງປ່າ, ການມອບປ່າ, ການໃຫ້ເຊົ່າປ່າ…
       ກ່ຽວກັບຮ່າງກົດໝາຍວ່າດ້ວຍສິນໃນນ້ຳ ( ສະບັບປັບປຸງ ), ຜ່ານການປຶກສາຫາລື, ຄຳເຫັນປະກອບຂອງຄະນະປະຈຳສະພາແຫ່ງຊາດ ຢືນຢັນວ່າ ຈຳເປັນຕ້ອງມີກຳລັງກວດກາຊາວປະມົງ. ບັນດາເນື້ອໃນອື່ນຂອງຮ່າງກົດໝາຍຄື: ແຫຼ່ງການເງິນໃນການປ້ອງກັນ ແລະ ພັດທະນາແຫຼ່ງຜົນປະໂຫຍດສິນໃນນ້ຳ; ກອງທຶນປ້ອງກັນ ແລະ ພັດທະນາແຫຼ່ງຜົນປະໂຫຍດສິນໃນນ້ຳ; ນະໂຍບາຍຂອງລັດໃນການເຄື່ອນໄຫວກ່ຽວກັບສິນໃນນ້ຳ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top